ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການລົງທຶນສາທາລະນະໄລຍະກາງ
(ພາບປະກອບອີນເຕີແນັດ)
(vovworld)- ຕອນເຊົ້າ ວັນທີ 10/11, ສະພາແຫ່ງຊາດຫວຽດນາມ ໄດ້ລົງຄະແນນສຽງຮັບຮອງເອົາມະຕິ ກ່ຽວກັບການລົງທຶນສາທາລະນະໄລຍະກາງ ໄລຍະ 2016-2020 ແລະ ປຶກສາຫາລື ຢູ່ຫໍປະຊຸມ ກ່ຽວກັບຮ່າງກົດໝາຍວ່າດ້ວຍ ການໜູນຊ່ວຍດ້ານນິຕິກຳ (ສະບັບປັບປຸງ). ໃນການເຮັດວຽກມື້ວານນີ້, ສະພາແຫ່ງຊາດ ໄດ້ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍ ການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. ບັນດາສະມາຊິກໄດ້ ເຫັນດີໂດຍພື້ນຖານ ກັບຄວາມຈຳເປັນໃນການປະກາດໃຊ້ກົດໝາຍ ແລະ ຖືວ່າ: ຫວຽດນາມ ພວມມຸ່ງໄປເຖິງບົດບາດ, ລັດແຫ່ງການກໍ່ສ້າງ, ລັດສ້າງສະພາບແວດລ້ອມດຳເນີນທຸລະກິດຢ່າງສະດວກ ເພື່ອໃຫ້ບັນດາພາກສ່ວນເສດຖະກິດພັດທະນາ. ມີບາງຄວາມເຫັນກໍ່ສະເໜີ, ຄວນຄົ້ນຄ້ວາ, ກວດກາຢ່າງລະອຽດ, ຕີລາຄາບັນດາຜົນກະທົບ ຂອງການຫຼຸດພາສີອາກອນ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍ່ຄືບັນດາມາດຕະການອື່ນ ເພື່ອສ້າງແຫຼ່ງລາຍຮັບໃນອະນາຄົດ ແຕ່ບໍ່ສົ່ງຜົນສະທ້ອນ ເຖິງແຫຼ່ງລາຍຮັບ ຂອງງົບປະມານແຫ່ງລັດ ໃນປັດຈຸບັນ. ຄຽງຄູ່ກັນນັ້ນ, ຄວນເບິ່ງຄືນ ມາດຖານກຳນົດວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ອົງການໃດຮັບຮອງ ແລະ ດ້ວຍວິທີໃດ ເພື່ອໃຫ້ວິສາຫະກິດຢັ້ງຢືນຕົນເອງຂື້ນກັບເປົ້າໝາຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ໄດ້ຮັບການໜູນຊ່ວຍ. ກົດໝາຍຕ້ອງກຳນົດຢ່າງຈະແຈ້ງ, ຫຼີກລ່ຽງການຂໍ-ໃຫ້.