ສະ​ພາແຫ່​ງ​ຊາດ​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ ກ່ຽວ​ກັບ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2024

(VOVWORLD) - ໃນຕອນບ່າຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິ ຮັບຮອງເອົາມະຕິວ່າດ້ວຍ ວິທີການຈັດແບ່ງງົບປະມານສູນກາງ ປີ 2024. 
ສະ​ພາແຫ່​ງ​ຊາດ​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ ກ່ຽວ​ກັບ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2024 - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV (ພາບ: qdnd.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 10 ພະຈິກ, ສະພາແຫ່ງຊາດ ໄດ້ລົງມະຕິຮັບຮອງເອົາມະຕິ ວ່າດ້ວຍແຜນງົບປະມານແຫ່ງລັດ ປີ 2024, ປຶກສາຫາລືຢູ່ຽໜ່ວຍກ່ຽວກັບໂຄງການກົດໝາຍວ່າດ້ວຍເສັ້ນທາງບົກ, ໂຄງການກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຄົມມະນາຄົມທາງບົກ ແລະ ຮ່າງມະຕິກ່ຽວກັບການຈັດວາງພາສີລາຍຮັບ ວິສາຫະກິດ ສະບັບເພີ່ມເຕີມ. ໃນຕອນບ່າຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິ ຮັບຮອງເອົາມະຕິວ່າດ້ວຍ ວິທີການຈັດແບ່ງງົບປະມານສູນກາງ ປີ 2024. ສະພາແຫ່ງຊາດ ກໍ່ປຶກສາຫາລືຢູ່ໜ່ວຍ ກ່ຽວກັບ: ຮ່າງກົດໝາຍວ່າດ້ວຍການຮັກສາສຳເນົາ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ແລະ ບັນດາບົດລາຍງານ ຂອງ ລັດຖະບານ ກ່ຽວກັບ ການສະຫຼຸດການທົດລອງຈັດຕັ້ງປະຕິບັດຮູບແບບອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ຮ່າໂນ້ຍ, ນະຄອນ ດ່ານັງ ແລະ ໝາກຜົນ 3ປີ ແຫ່ງການຈັດຕັ້ງປະຕິບັດອຳນາດການປົກຄອງຕົວເມືອງ ຢູ່ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ