ສະພາແຫ່ງຊາດສິ້ນສຸດວາລະຊັກຖາມແລະຕອບຄຳຊັກຖາມ

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມແລະຕອບຄຳຊັກຖາມ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ)

(vovworld) – ພາຍຫຼັງດຳ​ເນີນມາເປັນເວລາ 2 ວັນ, ຕອນເຊົ້າວັນທີ 18/11, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ

   ສຳລັບບັນດາຂັ້ນຕອນ, ວຽກງານສ້າງ ​ແລະ​ປະກາດ​ໃຊ້ກົດໝາຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ຂັ້ນຕອນ, ວຽກງານສ້າງກົດໝາຍໃນປະຈຸບັນແມ່ນເຂັ້ມງວດ, ຮັດ​ກຸ່ມ ແລະ ເໝາະສົມ.

  “ປະຈຸບັນຂັ້ນຕອນສ້າງກົດໝາຍແມ່ນຜູ້ສະເໜີຂໍ້ລິເລີມແມ່ນສະມາຊິກສະພາແຫ່ງຊາດ, ຄະນະ​ກຳມະການ, ສະພາ​ຊົນ​ເຜົ່າ, ຄະນະ​ປະ​ຈຳ​ສະພ​າ​ແຫ່ງ​ຊາດ, ລັດຖະບານ, ປະທານ​ປະ​ເທດ, ປະທານ​ສານ​ປະຊາຊົນ​ສູງ​ສຸດ. ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ບັນດາ​ອົງການສຳນັກງານ, ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ​ອື່ນໆ. ສະນັ້ນ, ພາກ​ສ່ວນສ້າງ​ກົດໝາຍ​ແມ່ນ​ກວ້າງຂວາງ, ລັດຖະບານ​ມີໜ້າ​ທີ່​ຄົ້ນຄວ້າ, ສະ​ເໜີ, ຍື່ນ​ສະ​ເໜີ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ປະ​ກາດ​ໃຊ້, ລັດຖະບານ​ແມ່ນ​ພາກສ່ວນ​ສຳຄັນ ​ຍ້ອນ​ວ່ານີ້​ແມ່ນ​ອົງການ​ບໍລິຫານ​. ສະ​ນັ້ນ, ກົດໝາຍ​ບໍ່​ຕ້ອງ​ເພີ່ມ​​ເຕີ່​ມຫຍັງອີກ ​ບັນຫາ​ແມ່ນ​ພວກ​ເຮົາ​ຕ້ອງ​ປະຕິບັດ​​ເປັນ​ຢ່າງ​ດີ”.

      ​ໃນ​ທ້າຍ​ວາລະ​ຊັກ​ຖາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​​ອະພິປາຍ​ເຮັດ​ແຈ້ງ ​ແລະ ຕອບຄຳ​ຊັກ​ຖາມ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຜູ​້ນຳ​​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

   “ລັດຖະບານ​ຈະ​ສ້າງ​ໂຄງການ​ສັງ​ລວມ​ໃຫ້​ໄລຍະ 15 ປີ, ​ແຜນການ​ດຳ​ເນີນ​ງານ 5 ປີ, ປະຈຳ​ປີ, ໃນ​ນັ້ນ​ກຳ​ນົດບັນດາ​​ເປົ້າໝາຍ​ບຸລິມະສິດ​ຈຸດ​ສຸມ, ຈຸດ​ສຸມ​ຕາມ​ໄລຍະ​ທາງ​ທີ່ເໝາະ​ສົມ, ປະສານ​ສົມທົບ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງນີ້ ​ເຂົ້າມີແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທົ່ວ​ປະ​ເທດ, ​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ທ້ອງ​ຖິ່ນ​ຢ່າງ​ມີ​ປະສິດທິ​ຜົນ. ພວກ​ເຮົາ​ຈະ​ທັງ​ເຮັດ​ທັງ​ຖອດ​ຖອນ​ບົດຮຽນ ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ ຫວຽດນາມ”

        ກ່ຽວ​ກັບບັນຫາ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຫລາຍ​ສົ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງພັກ, ລັດ, ​ແມ່ນ​ເປົ້າໝາຍ​ໜຶ່ງ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ຫວຽດນາມ.

        ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮວີ່ນງ້ອກ​ເຊີນ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​. ທ່ານ ຮວີ່ນງ້ອກ​ເຊີນ ​ໃຫ້​ຮູ້​ວ່າ:

        “ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ດຳ​ເນີນ​ໃນ​ບັນຍາກາດ​ປະຊາທິປະ​ໄຕ, ກົງ​ໄປ​ກົງ​ມາ ​ແລະ ສ້າງສາ. ວິທີ​ການ​ດຳ​ເນີນ​ຊັກ​ຖາມ​ຢູ່​ກອງ​ປະຊຸມມີ​ການ​ປ່ຽນ​ໃໝ່. ​ເປັນ​ຄັ້ງ​ທຳ​ອິດ​ສະພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຊັກ​ຖາມ ​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ອະພິປາຍ​ຂອງ​ຄົບ​ທຸກ​ສະມາ​ຊິກ​ລັດຖະບານ, ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ຕ່າ​ງໆ”.

ຂ່າວ/ບົດ​ອື່ນ