ສະພາແຫ່ງຊາດສືບຕໍ່ວາລະຊັກຖາມແລະຕອບຄຳຊັກຖາມມື້ທີ2

ສະພາແຫ່ງຊາດສືບຕໍ່ວາລະຊັກຖາມແລະຕອບຄຳຊັກຖາມມື້ທີ2 - ảnh 1
(ພາບປະກອບ)

(vovworld) – ບັນຫາ​ພັດທະນາ​ເສດຖະກິດ​ສັງຄົມ ​​ແມ່ນ​ເນື້ອ​​ໃນ​ກວມ​ລວມທີ່​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃນ​ຕອນ​ເຊົ້າ​ວັນ​ທີ 17/11, ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13. ທີ່​ວາລະ​ປະຊຸມ, ບັນ​ດາບັນຫາ​ໜີ້​ສາທາລະນະ, ການສ້າງອົງປະກອບລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ການ​ພັດທະນາ​ກະສິກຳ​​ແບບ​ຍືນ​ຍົງ, ການ​ປະຕິ​ຮູບ​ລະບຽບການ​ບໍລິຫານ, ການ​ແກ້​ໄຂ​ໜີ້ຄ້າງບັນດາ​ບັນຫາ​ທີ່ສະມາຊິກ​ສະພາ​ແຫ່ງ​ຊາດ​ສົນ​ໃຈ​. ກ່ຽວ​ກັບ​ບັນຫາ​ໜີ້​ສາທາລະນະ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ດິງຕຽນ​ຢຸງ ​ໃຫ້​ຮູ​້ວ່າ, ສະພາບ​ໜີ້​ສາທາລະນະ​ພວມ​ຢູ່​ໃນ​ລະດັບ​ສູງ, ລະ​ດັບ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ຕ້ອງ​ຫຼຸດຜ່ອນ​ໜີ້​ສາທາລະນະລົງ​ໃນ​ລະດັບ 58,5% ຮອດ​ປີ 2020. ສຳລັບ​ເລື່ອງ​ຫັນລັດ​ວິ​ສາ​ຫະກິດ​​ເປັນ​ຫຸ້ນ​ສ່ວນ, ທ່ານ​ລັດຖະມົນຕີ​ ດິງຕຽນ​ຢຸງ ​ໃຫ້​ຮູ້​ວ່າ, ​​ແຜນການ​ໃນ​ໄລຍະ 2011 – 2015 ​ແມ່ນ​ຫັນ 538 ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ມາ​ຮອດ​ປະຈຸ​ບັນ​ໄດ້​ບັນລຸ​ໄດ້ 76% ​ແລ້ວ, ຄາດ​ວ່າ, ຮອດ​ທ້າຍ​ປີ 2015 ຈະ​ບັນລຸ​ໄດ້ 90% ຂອງ​ແຜນການ.

      ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ຕອບ​ຄຳ​ຊັກ​ຖາມ ກ່ຽວ​ກັບ​ບັນຫາ​ຮ່ວມ​ສຳພັນ​ຜະລິດຕໍ່ດຳ​ເນີນ​ທຸລະ​ກິດ​ໃນ​ກະສິກຳ, ສະພາບ​ການ​ພັດທະນາ​ຊົນ​ນະ​ບົດ​ໃໝ່, ຄວາມ​ຫຍຸ້ງຍາກ ​ແລະ ຄວາມສະດວກ​ສຳລັບ​ຂະ​ແໜງ​ກະສິກຳ ​ເມື່ອ​ຫວຽດນາມ ​ເ​ຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ສາກົນ.

      ​ໃນ​ຂົງ​ເຂດ​ກໍ່ສ້າງ​, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ຈິ້ງ​ດິງຢຸງ ​ໄດ້​ອະພິປາຍ​ກ່ຽວ​ກັບ​ສະພາບ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ວາງ​ແຜນຜັງເມືອງ. ທ່ານ​ລັດຖະມົນຕີ ຈິ້ງ​ດິງຢຸງ ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໄດ້​ຟື້ນ​ຟູ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ປະຊາຊົນ. ກ່ຽວ​ກັບ​ບັນດາ​ມາດຕະ​ການ​ແກ​້​ໄຂ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ທ່ານ​ລັດຖະມົນຕີ ຈິ້ງ​ດິງຢຸງ ​ໃຫ້​ຮູ້​ວ່າ.

      “ກ່ອນ​ອື່ນ​ໝົດ​ຕ້ອງ​ປັບປຸງ​ກົດໝາຍທີ່​ກ່ຽວຂ້ອງ​ເຖິງ​ການລົງທຶນ​ກໍ່ສ້າງ​ພັດທະນາ​ຕົວ​ເມືອງ ​ແລະ ບັນດາ​ກົດໝາຍ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເຮືອນ​ຢູ່ ​ແລະ ດຳ​ເນີນ​ທຸລະ​ກິ​ດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໃຫ້​ສົມບູນ​​ແບບ. ທີ 2 ​ແມ່ນສຸມ​ໃສ່ກວດກາ​ວິວັດ​ການ​ພັດທະນາ​ຕົວ​ເມືອງ​ຕາມ​ແຜ​ນຜັງ ​ແລະ ​ແຜນການ.  ທີ 3 ​ແມ່ນຕ້ອງ​ຢືດໝັ້ນ​ການປະຕິບັດ​ບັນດາ​ມາດ​ຕະການ​ກວດກາ​ການ​ພັດທະນາ​ຂອງ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ເຮືອນຢູ່​ແຫ່ງ​ຊາດ, ​ໃນ​ນັ້ນ​ສືບ​ຕໍ່ສ້າງ​ໂຄງ​ປະກອບ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບຄືນ​ໃໝ່”.

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່າ​ນປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິງ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບບັນຫາ​ພິພາກ​ສາບັນ​ດາ​ຄະ​ດີທີ່​ຕັດສິນ​ລົງ​ໂທດບໍ່​ຖືກ​ຕ້ອງ ​ແລະ ອາດຊະຍາ​ກຳ.

      ທ່ານ​ລັດຖະມົນຕີວ່າການ​ກະຊວງ​ພາຍ​ໃນ ຫງວຽນ​ທ້າຍ​ບິງ, ຕອບຄຳ​ຊັກ​ຖາ​ມກ່ຽວ​ກັບ​ເລື່ອງ​ປະກາດ​ໃຊ້​ຍົກຕຳ​ແໜ່​ງ​ໃຫ້​ພະນັກງານລັດຖະກອນ, ພາລະ​ກອນ​ຂອງ​ລັດ.

ຂ່າວ/ບົດ​ອື່ນ