ສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີລົບ ມີບົດບາດສຳຄັນຍົກການພົວພັນລະຫວ່າງຫວຽດນາມ-ອີຢູໃຫ້ຂຶ້ນສູ່ລະດັບສູງໃຫມ່

(VOVWORLD) -ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ເນື່ອງໃນໂອກາດທ່ານນາງສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລັດຖະສະພາ ເອີລົບ (EP), 

ສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີລົບ ມີບົດບາດສຳຄັນຍົກການພົວພັນລະຫວ່າງຫວຽດນາມ-ອີຢູໃຫ້ຂຶ້ນສູ່ລະດັບສູງໃຫມ່ - ảnh 1 ທ່ານ ຫວູກແອງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ

ພາບ:vietnam+

ທ່ານ ຫວູກແອງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ອີຢູ ໄດ້ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມ ແລະ EP ມີບົດບາດສຳຄັນໃນການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ. ໃນໄລຍະຈະມາເຖິງ ສະພາແຫ່ງຊາດຫວຽດນາມ ແລະ  EP ຈະດຳເນີນບັນດາລະບຽບການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ.

ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ຢືນຢັນ: ຫວຽດນາມໄດ້ກຳນົດການພົວພັນກັບ ອີຢູ ຍາມໃດກໍ່ແມ່ນຫນຶ່ງໃນບັນດາການກຳນົດທິດບຸລິມະສິດໃນຍຸດທະສາດການຕ່າງປະເທດຂອງຕົນ. ອີຢູ ຖືເປັນສຳຄັນການພົວພັນກັບຫວຽດນາມ ໃນນະໂຍບາຍເພີ່ມທະວີການພົວພັນກັບພາກພື້ນ ອາຊີ ປາຊີຟິກ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນກໍຄື ການເມືອງ ແລະ ຄວາມໝັ້ນຄົງ. ໄລຍະຈະມາເຖິງ ສະພາແຫ່ງຊາດສອງຝ່າຍມີຫລາຍວຽກຕ້ອງເຮັດເພື່ອຍົກການພົວພັນລະຫວ່າງຫວຽດນາມ ແລະ ອີຢູ່ ໃຫ້ຂຶ້ນສູ່ລະດັບສູງໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ