ສະພາແຫ່ງຊາດອາເມລິກາຮຽກຮ້ອງອຳນາດການປົກຄອງຮັກສາຫລັກໝັ້ນແຂງກະດ້າງກັບອີຣານ
ພາບປະກອບ:internet
|
(vovworld) - ຄວາມບໍ່ລົງລອຍກັນລະຫວ່າງສະພາແຫ່ງຊາດອາເມລິກາ ກັບອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ ກ່ຽວກັບໂຄງການນິວເຄຼຍ ຂອງອີຣານ ທີ່ອາດຈະປີນຂັ້ນໄດ ເມື່ອສະມາຊິກສະພາແຫ່ງຊາດຂອງສະພາສູງແລະ ສະພາຕຳ່ສ່ວນຫລາຍໄດ້ສົ່ງຈົດໝາຍຕໍ່ປະທານາທິບໍດີ ອາເມລິກາ ຮຽກຮ້ອງຮັກສາຫລັກໝັ້ນແຂງກະດ້າງກັບປະເທດ ອິມສະລາມນີ້. ການກະທຳດັ່ງກ່າວດຳເນີນໃນສະພາບ ບັນດາປະເທດມະຫາອຳນາດ ຊື່ງລວມມີ 5 ປະເທດສະມາຊິກປະຈຳ ສປຊ ແລະ ເຢຍລະມັນ ຫາກໍດຳເນີນວິວັດການເຈລະຈາກ່ຽວກັບຂໍ້ຕົກລົງສຸດທ້າຍນິວເຄຼຍ ກັບ ອີຣານ ຢູ່ ນະຄອນວຽນ ປະເທດອົດຕະລິດ . ຈົດໝາຍສະບັບດັ່ງກ່າວໂດຍສະມາຊິກສະພາສູງ 80 ທ່ານໃນຍອດຈຳນວນ 100 ທ່ານລົງລາຍເຊັນ ໄດ້ຮຽບຮຽງບັນດາບຸລິມະສິດຕົ້ນຕໍ, ໃນນັ້ນ ຮຽກຮ້ອງອີຣານ ປະລະສິດເສີມທາດຢູຣາຮຽມ. ນອກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ຍັງທວງໃຫ້ປິດປະຕູເຕົາປະຕິກອນຢູ່ Arak ແລະ Tehran ແລະ ຕ້ອງແກ້ຂໍ້ຂ້ອງໃຈຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມສາມາດການຫັນໂຄງການນິວເຄຼຍ ພົນລະເຮືອນ ໄປສູ່ຈຸດປະສົງການທະຫານ. ໃນຈົດໝາຍຂອງສະພາຕຳ່, ໂດຍສະມາຊິກສະພາຕຳ່ 394 ທ່ານໃນຍອດຈຳນວນ 432 ທ່ານລົງລາຍເຊັນ, ບັນດາສະມາຊິກສະພາຕຳ່ສະແດງຄວາມວິຕົກກັງວົນວ່າ Tehran ຈະຊອກວິທີແກ່ຍາວວິວັດການເຈລະຈາເພື່ອຍາດເວລາຍູ້ແຮງການສົ່ງອອກນຳ້ມັນບໍ່.