ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບຮ່າງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ(ສະບັບປັບປຸງ)

ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບຮ່າງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ(ສະບັບປັບປຸງ) - ảnh 1
ສະ​ພາ​ແຫ່ງ​ຊາດ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ທີ່​ຫໍ​ປະ​ຊຸມ

(vovworld) – ໂດຍ​ສືບ​ຕໍ່​​ລາຍການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດຊຸດ​ທີ 14, ວັນ​ທີ 7/11, ສະ​ພາ​ແຫ່ງ​ຊາດ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ, ຮັບ​ຟັງໃບ​ຍື່ນ​ສະ​ເໜີ ແລະ ​ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ (ສະ​ບັບ​ປັບ​ປຸງ) ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂ​ອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ຄ້າ​ຕ່າງ​ປະ​ເທດ. ສະ​ພາ​ແຫ່ງ​ຊາດກໍ່​ໄດ້​ຮັບ​ຟັງ​ໃບ​ຍື່ນ​ສະ​ເໜີ ແລະ ບົດ​ລາຍ​ງານກວດ​ກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ທ່ອງ​ທ່ຽວ (ສະ​ບັບ​ປັບ​ປຸງ), ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາ​ວຸດ, ວັດ​ຖຸ​ລະ​ເບີດ ແລະ ອຸ​ປະ​ກອນ​ໜູນ​ຊ່ວຍ ແລະ ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ປີ 2017.


ຂ່າວ/ບົດ​ອື່ນ