ສະພາແຫ່ງຊາດເລີ່ມດຳເນີນ ການຊັກຖາມ ແລະ ຕອບຄຳຊັກຖາມໃນເວລາ 3 ວັນ

(VOVWORLD) - ການເຄື່ອນໄຫວຊັກຖາມແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 30 ຕຸລາ, ຮອດວັນທີ 1 ພະຈິກ.
ສະພາແຫ່ງຊາດເລີ່ມດຳເນີນ ການຊັກຖາມ ແລະ ຕອບຄຳຊັກຖາມໃນເວລາ 3 ວັນ - ảnh 1ພາບປະກອບ

ວັນທີ 30 ຕຸລາ, ສະພາແຫ່ງຊາດ ເລີ່ມດຳເນີນວາລະຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະແຕ່ຕົ້ນອາຍຸການຮອດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14. ການເຄື່ອນໄຫວຊັກຖາມແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 30 ຕຸລາ, ຮອດວັນທີ 1 ພະຈິກ. ວາລະຊັກຖາມໃນຕອນເຊົ້າມື້ນີ້, ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານ.

        ໂດຍເປີດສາກວາລະຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການປະຕິບັດບັນດາມະຕິຕົກລົງຂອງສະພາແຫ່ງຊາດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງສູງຂອງລັດຖະບານ ແລະ ບັນດາສະມາຊິກລັດຖະບານ ໃນວຽກງານຊີ້ນຳບໍລິຫານ, ຜັນຂະຫຍາຍການເຄື່ອນໄຫວ. ການເຄື່ອນໄຫວຊັກຖາມສະແດງໃຫ້ເຫັນການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອແນໃສ່ຊີ້ໃຫ້ເຫັນບັນດາສິ່ງຄົງຄ້າງ, ຕິດຂັດ, ປຶກສາຫາລືມາດຕະການແກ້ໄຂ, ເພື່ອປະຕິບັບັນດາມະຕິດັ່ງກ່າວໃຫ້ດີກ່ວາອີກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ການເຄື່ອນໄຫວຊັກຖາມຈະບໍ່ດຳເນີນຕາມໝວດບັນຫາຄືປົກກະຕິ ຫາກບັນດາສະມາຊິກສະພາແຫ່ງຊາດຈະຊັກຖາມໂດຍກົງກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງມະຕິຂອງສະພາແຫ່ງຊາດກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ການຊັກຖາມ. ເນື້ອໃນການຊັກຖາມຂຶ້ນກັບຂົງເຂດໃດແມ່ນບັນດາລັດຖະມົນຕີຮັບຜິດຊອບຂົງເຂດນັ້ນຕອບ…”

ການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະພາແຫ່ງຊາດ

ໂດຍສືບຕໍ່ການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມ, ຕອນບ່າຍວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ດໍາເນີນການຊັກຖາມບັນດາສະມາຊິກລັດຖະບານ, ຫົວໜ້າອົງການສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບບັນຫາຫຼາຍຢ່າງທີ່ຫາງສຽງມີຄວາມສົນໃຈ.

ຄໍາຖາມຂອງບັນດາສະມາຊິກສະພາແຫ່ງຊາດສ່ວນຫຼາຍແມ່ນກ່ຽວຂ້ອງເຖິງບັນດາຂົງເຂດຄື ເສດຖະກິດ-ສັງຄົມ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຄຸນນະພາບຂອງບັນດາກິດຈະການກໍ່ສ້າງ, ການປະຕິຮູບລະບຽບການບໍລິຫານ, ບັນຫາມົນລະພິດສິ່ງແວດລ້ອມ ແລະ ອື່ນໆ. ເມື່ອຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຄວາມຄືບໜ້າຂອງການປະຕິບັດແຜນຮ່າງເຊື່ອມຕໍ່ລະຫວ່າງບັນດາລະບຽບການບໍລິຫານ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ ແຜນການເຊື່ອມຕໍ່ລະບຽບການບໍລິຫານ ໂດຍລັດຖະບານ ແລະ ນາຍົກລັດຖະມົນຕີ ຮັບຖືວ່າ ນີ້ແມ່ນຂອດບຸກທະລຸຂອງແຜນການປະຕິຮູບດ້ານການບໍລິຫານຂອງອາຍຸການນີ້.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ