ສະພາແຫ່ງຊາດ: ຕ້ານການຟຸມເຟືອຍ, ນໍາໃຊ້ຜິດຈຸດປະສົງໃນການເຄື່ອນໄຫວລົງທຶນພາກລັດ

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດໃຫ້ຂໍ້ສັງເກດວ່າ ໃນໄລຍະຜ່ານມາ ການລົງທຶນບັນດາກິດຈະການດ້ວຍເງິນລົງທຶນສາທາລະນະແມ່ນມີການປ່ຽນແປງໃນເບື້ອງຕົ້ນ. 
ສະພາແຫ່ງຊາດ: ຕ້ານການຟຸມເຟືອຍ, ນໍາໃຊ້ຜິດຈຸດປະສົງໃນການເຄື່ອນໄຫວລົງທຶນພາກລັດ - ảnh 1 (ພາບປະກອບ: quochoi.vn)

ວັນທີ 29 ຕຸລາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນງົບປະມານແຫ່ງລັດປີ 2018; ແຜນງົບປະມານແຫ່ງລັດ ແລະ ວິທີການຈັດແບ່ງງົບປະມານສູນກາງປີ 2019 ແລະແຜນການການເງິນ-ງົບປະມານແຫ່ງລັດ ໄລຍະ 03 ປີີ ແຕ່ປີ 2019 – 2021; ຈັດແບ່ງແຫຼ່ງລາຍຈ່າຍທີ່ຍັງເຫຼືອ ແລະ ລາຍຈ່າຍປົກກະຕິ ທີ່ຍັງບໍ່ທັນນໍາໃຊ້ໝົດໃນປີ 2017; ຕີລາຄາກາງອາຍຸການ ກ່ຽວກັບການປະຕິບັດແຜນການລົງທຶນສາທາລະນະໄລຍະກາງ, ການເງິນແຫ່ງຊາດ ໄລຍະ 5 ປີ 2016 – 2020 ແລະ ຮັບຟັງສະມາຊິກລັດຖະບານປະກອບຄໍາເຫັນ ແລະ ອະພິປາຍ, ເຮັດແຈ້ງບາງບັນຫາ ທີ່ສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ.

        ເມື່ອປຶກສາຫາລືກ່ຽວກັບໂຄງການລົງທຶນສາທາລະນະໄລຍະກາງ 2016 – 2018, ບັນດາສະມາຊິກສະພາແຫ່ງຊາດໃຫ້ຂໍ້ສັງເກດວ່າ ໃນໄລຍະຜ່ານມາ ການລົງທຶນບັນດາກິດຈະການດ້ວຍເງິນລົງທຶນສາທາລະນະ ແມ່ນມີການຫັນປ່ຽນໃນເບື້ອງຕົ້ນ, ມີບັນດາກິດຈະການນໍາມາເຊິ່ງປະສິດທິຜົນ. ເຖິງຢ່າງໃດກໍຕາມ ບັນດາຜູ້ແທນຖືວ່າ ເບິ່ງລວມແລ້ວ ການລົງທຶນແມ່ນຍັງກະແຈກກະຈາຍຢູ່ ແລະ ມີປະສິດທິຜົນຕໍ່າ. ທ່ານ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ສະເໜີວ່າ:

        “ຂ້າພະເຈົ້າສະເໜີຕໍ່ລັດຖະບານ ໃຫ້ຄໍາຊີ້ນໍາກ່ຽວກັບການກໍ່ສ້າງ ແລະ ປະກາດຢ່າງເປີດເຜີຍປະມວນມາດຖານຕີລາຄາ ແລະ ຈັດອັນດັບບຸລິມະສິດ, ຄັດເລືອກບັນດາໂຄງການລົງທຶນເພື່ອນໍາເຂົ້າບັນຊີລາຍຊື່ລົງທຶນສາທາລະນະ ແລະການຈັດແບ່ງເງິນລົງທຶນ ໂດຍໄວ. ຖ້າວ່າມີປະມວນມາດຖານດັ່ງກ່າວ ພວກເຮົາຈະບໍ່ມີການຈັດແບ່ງທຶນແບບກະແຈກກະຈ່າຍ, ຈັດແບ່ງເງິນລົງທຶນໃຫ້ແກ່ບັນດາໂຄງການບໍ່ມີຄວາມສາມາດໃນການປ່ອຍເງິນ”.

        ບັນດາສະມາຊິກສະພາແຫ່ງຊາດກໍຖືວ່າ ໄລຍະຈະມາເຖິງ, ລັດຖະບານຄວນສໍາຫຼວດກວດຄືນ, ຕີລາຄາກໍາລັງຄວາມສາມາດດຸ່ນດຽງແຫຼ່ງທຶນ, ສະພາບການປ່ອຍທຶນ, ດັບປັບໂຄງປະກອບແຫຼ່ງທຶນຮອນລະຫວ່າງ ແຫຼ່ງທຶນ ODA ແລະທຶນກູ້ຢືມພາຍໃນປະເທດ, ດັບປັບທຶນໃຫ້ແກ່ບັນດາໂຄງການທີ່ມີຄວາມສາມາດໃນການປ່ອຍເງິນ ເພື່ອຍູ້ໄວຄວາມຄືບໜ້າ, ຍົກສູງປະສິດທິຜົນຂອງການນໍາໃຊ້ທຶນຮອນ. 

ຕອບກັບ

ຂ່າວ/ບົດ​ອື່ນ