ສະມາຄົມຊາວກະສີກອນ ຫວຽດນາມ ເຂົ້າຮ່ວມການພັດທະນາວັດທະນະທຳ


(vovworld) – ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ ຄັ້ງ​ທີ 12 (ຊຸດ​ທີ 5). ວັນ​ທີ 23/5, ກອງ​ປະຊຸມ​ໄດ້​ຮັບ​ຟັງ ​ແລະ ປຶກສາ​ຫາລື​ບົດ​ລາຍ​ງານ​ສະຫຼຸບ 15 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 5 (ຊຸດ​ທີ 8) ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ. 15 ປີຜ່ານມາ, ສະມາຄົມ​ທຸກ​ຂັ້ນ ​ໄດ້​ປະຕິບັດ​ມະຕິ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ທ່ານ​ນາງ ຫງວຽນ​ຮົ່ງຫຼີ, ຮອງ​ປະທານສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ , ຖື​ວ່າ, ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ ​ໄດ້​ປະກອບສ່ວນ​ປຸກລຸກ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳ​ໃຈ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ ຫງວຽນ​ຮົ່ງຫຼີ, ​ໃຫ້​ຮູ້​ວ່າ:

“ສະມາຄົມ​ທຸກ​ຂັ້ນ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ແລະ ສຶກສາ​ໃຫ້​ພະນັກງານ, ສະມາ​ຊິກ​ໃນ​ສະມາຄົມ, ຊາວ​ກະ​ສີກ​ອນຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາ​ຄົມ, ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັກສາ, ​ເສີມ​ຂະຫຍາຍ​ຄູນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ເຂດ​ຊົນນະບົດ​ຢ່າງ​ມີ​ໄຊ. ຍູ້​ແຮງ​ບັນດາ​ຂະ​ບວນການ​ຊາວ​ກະ​ສີກ​ອນ​ແຂ່ງຂັນ​ກັນ​ກໍ່ສ້າງ​ຊົນນະບົດ​ໃໝ່​ ຕິດ​ພັນ​ກັບ​ຂະ​ບວນການ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນ​ກໍ່ສ້າງ​ຊີວິດ​ວັດທະນະທຳ“ ​ເພື່ອ​ໃຫ້​ຂະ​ບວນການ​ມີ​ປະສິດທິ​ຜົນ​ກວ່າ​ອີກ, ​ແນ​ໃສ່​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ສະມາຊິກ​ຊາວ​ກະ​ສີກ​ອນ ​ແລະ ປະກອບສ່ວນສ້າງ​ຊາວ​ກະ​ສີກ​ອນ​ໃໝ່ ​ໃນ​ໄລຍະ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ “

ຂ່າວ/ບົດ​ອື່ນ