ສະມາຄົມນັກຂ່າວຫວຽດນາມ - ລາວ ເພີ່ມທະວີການຮ່ວມມື

ສະມາຄົມນັກຂ່າວຫວຽດນາມ - ລາວ ເພີ່ມທະວີການຮ່ວມມື - ảnh 1
ທ່ານ ມ້າ​ຢ້ຽວ​ເກືອ​ງ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ແລະ
ທ່ານ​ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນ​ຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ
(ພາບ: vietnamplus.vn)

(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ໃນ​ລະຫວ່າງ​ວັນ​ທີ 24 – 30/03, ຕອນ​ບ່າຍ​ວັນ​ທີ 25/03, ຢູ່​ນະຄອນຫຼວງວຽງ​ຈັນ, ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໂດຍ​ທ່ານ ມ້າ​ຢ້ຽວ​ເກືອ​ງ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ປະທານ​ສະມາຄົມ​ນັກ​ຂ່າວ​ນະຄອນ​ໂຮ່ຈິ​ມິນ ນຳ​ໜ້າ ​ໄດ້ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນ​ຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ. ທ່ານ ມ້າ​ຢ້ຽວ​ເກືອ​ງ ​ໄດ້​ແຈ້ງ​​ໃຫ້​ຊາບ​ໝາກຜົນ​ການ​ເຈລະຈາ​ກັບ​ສະມາຄົມ​ນັກ​ຂ່າວ​ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ປີ 2012 ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ: ສະມາຄົມ​ນັກ​ຂ່າວ​ຂອງ 2 ປະ​ເທດ ​ໄດ້​ສົມທົບ​ກັນ​ບຳລຸງ​ສ້າງ​ຍົກ​ສູງ​ວິຊາຊີບ​ດ້ານຂ່າວສານ​ເປັນ​ປະຈຳ, ສົມທົບ​ກັນ​ໂຄສະນາ​ບັນດາ​ເຫດການ​ຄື​ປີ​ມິດຕະພາບ​ຫວຽດນາມ​ - ລາວ ​ແລະ ບັນດາ​ວັນ​ບຸນ​ໃຫຍ່​ຂອງ 2 ປະ​ເທດຢ່າງ​ມີ​ປະສິດທິ​ຜົນ, ​ປະກອບສ່ວນປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ. ທ່ານ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນ​ຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ທີ່​ມີ​ຕໍ່​ສະມາຄົມ​ນັກ​ຂ່າວ​ລາວ ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍຈິ່ງ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຍົກ​ສູງ​ວິຊາ​ຊີບ, ບຳລຸງ​ສ້າງ, ສຶກສາ​ລຸນ​ໜຸ່ມກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ; ​ເປີດ​ກ້ວາ​ງຮູບ​​ແບບການ​ແລກປ່ຽນຢ່າງ​ຮອບດ້ານ​ ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃຫ້ມີ​ຄວາມ​ສະດວກ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ