ສະມາຄົມພຸດທະສາສະໜາຫວຽດນາມໄຂງານບຸນຍາມຕົ້ນປີໃໝ່

(VOVWORLD) -ຕອນເຊົ້າວັນທີ 21 ກຸມພາ ກົງກັບວັນທີ 6 ບຸນເຕັດ ປີຈໍ 2018, ສະມາຄົມພຸດທະສາສະໜາຫວຽດນາມ ແຂວງນິງບີງ ໄດ້ຈັດພິທີໄຂງານບຸນວັດບ້າຍດິ້ງປີ 2018, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມໄດ້ຕີກອງໄຂງານບຸນ

ສະມາຄົມພຸດທະສາສະໜາຫວຽດນາມໄຂງານບຸນຍາມຕົ້ນປີໃໝ່ - ảnh 1ພິທີໄຂງານບຸນວັດບ້າຍດີ້ງ 

ກ່າວຄຳເຫັນທີ່ພິທີໄຂ, ພະອາຈານມະຫາ ທິກແທງຍ້ຽວ, ຮອງປະທານສະພາບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ, ເຈົ້າອະທິການວັດ ບ້າຍດິ້ງ ກ່າວວ່າ : 

   “ ເພື່ອເສີມຂະຫຍາຍຄຸນຄ່າທາງດ້ານຄຸນສົມບັດ, ວັດທະນະທຳຂອງພຸດທະສາສະໜາ, ແນໃສ່ສ້າງການດຳລົງຊີວິດຂອງມວນມະນຸດອັນດີງາມ, ມີຄວາມສົມບູນພຸນສຸກ, ກໍຄືການສະແດງຄວາມຮູ້ບຸນຄຸນຕໍ່ຄົນລຸ່ນກ່ອນໆທີ່ມີຄຸນງາມຄວາມດີສ້າງສາປະເທດຊາດ. ວັດບ້າຍດິ້ງໄດ້ຮັບການເປີດກ້ວາງ ກໍ່ສ້າງໃໝ່ເພື່ອເປັນສັນຍາລັກໃຫ້ແກ່ຄຸນຄ່າທາງດ້ານວັດທະນະທຳ, ຄຸນສົມບັດ, ສຸມສະຕິປັນຍາ, ຫົວຄິດປະດິດສ້າງຂອງຊາວຜູ້ອອກແຮງງານ ແລະ ໄດ້ສ້າງເປັນສູນເຫຼື້ອມໃສແຫ່ງຈິດວິນຍານ ຊຶ່ງເປັນສັນຍາລັກແຫ່ງນ້ຳໃຈສາມັກຄີ, ປອງດອງຊຶ່ງພະພຸດທະເຈົ້າຍາມໃດກໍເຊີດຊູ”

    ຕອນເຊົ້າຂອງວັນດຽວກັນ, ພິທີໄຂງານບຸນນະມັດສະການວັດເຮືອງ ກໍໄດ້ຖືກໄຂຂຶ້ນຢ່າງເປັນທາງການ. 

ຕອບກັບ

ຂ່າວ/ບົດ​ອື່ນ