ສະມາຊິກISຢ່າງໜ້ອຍ ສຸດ 50 ຄົນຖືກດັບສູນ ຢູ່ເທດສະບານເມືອງ Kobane


ສະມາຊິກISຢ່າງໜ້ອຍ ສຸດ 50 ຄົນຖືກດັບສູນ ຢູ່ເທດສະບານເມືອງ Kobane - ảnh 1

(ພາບ: AFP/TTXVN)

(vovworld)– ວັນ​ທີ 30/11, ​ອົງການ​ຕິດຕາມ​ກວດກາ​ສິດ​ທິມະນຸດ​ຊີຣີ (SOHR) ​ໃຫ້​ຮູ້​ວ່າ: ມີສະມາຊິກຂອງ​ກຸ່ມ​ລັດ​ອິດ​ຊະລາ​ມອ້າງ​ຊື່​ເອງ IS ຢ່າງ​ໜ້ອຍ​ສຸດ​ 50 ຄົນ​ຖືກ​ດັບ​ສູນ​​ໃນ 24 ຊົ່ວ​ໂມງ ​ທີ່​ບັນດາ​ເຫດການ​ປະ​ທະ​ກັນ ​ແລະ ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໂດຍ​ອາ​ເມ​ລິ​ກາ ​ນຳ​ໜ້າຢູ່​ເທດສະບານ​ເມືອງ Kobane ຂອງ​ຊີຣີ. ນີ້​ແມ່ນ​ມື້​ມີ​ຈຳນວນ​ຜູ້​ຖືກ​ບາດ​ເຈັບ​ລົ້ມຕາຍ​ຫຼາຍ​ກ່ວາ​ໝູ່​ຂອງ​ກຸ່ມ​ອິດ​ຊະລາ​ມນິກາຍ​ຊັນ​ນີຫົວ​ຮຸນ​ແຮງ​ນີ້ ນັບ​ແຕ່​ກຸ່ມ​ນີ້​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ເທດສະບານ​ເມືອງ​ຍຸດ​ທະ​ສາດ Kobane ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ​ຕວກກີ ​ເມື່ອ​ເດືອນ​ກັນຍາ​ຜ່ານ​ມາ. ກຳລັງ​ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​​ໃສ່ເປົ້າໝາຍ ຂອງ​ຊີຣີ ຢູ່​ພາຍ​ໃນ ​ແລະ ນອກ​ນະຄອນ Raqa ຢ່າງ​ໜ້ອຍ​ສຸດ 30 ​ແຫ່ງ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ອັນ​ຮ້າຍ​ແຮງທີ່​ສຸດ ນັບ​ແຕ່​ເລີ່​ມບັ້ນຮົບ​ຕ້ານ IS ຢູ່​ຊີຣີ ​ໃນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ./.

ຂ່າວ/ບົດ​ອື່ນ