ສະມາຊິກສະພາແຫ່ງຊາດປຶກສາຫາລືເລື່ອງປົກປັກຮັກສາສັດປ່າ

ສະມາຊິກສະພາແຫ່ງຊາດປຶກສາຫາລືເລື່ອງປົກປັກຮັກສາສັດປ່າ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) – ຫວ່າງແລ້ວນີ້, ຢູ່​ແຂວງ ນິງ​ບີ່ງ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ “ຍົກ​ສູງ​ປະ​ສິດ​ທິ​ຜົນ​​ເລື່ອງຕິດ​ຕາມ​ກວດ​ກາການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​​ປັກ​ຮັກ​ສາ​ສັດ​ປ່າ”. ໃນ 2, 3 ທົດ​ສະ​ວັດ​ມານີ້, ​ສະ​ພາບ​ຄ້າ​ຂາຍ​ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ​ຂ້າມ​ຊາຍ​ແດນເພີ່​ມ​ຂຶ້ນ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​​ຂອງ ຫວຽດ​ນາມ, ນາບ​ຂູ່​ເຖິງ​ຄວາມ​ດຸ່ນ​ດ່ຽງ​ຂອງ​ລະ​ບົບ​ຊີ​ວະ​ນາໆ​ພັນ ແລະ ມີ​ໄພ​ເຮັດ​ໃຫ້​ບັນ​ດາ​ສັດ​ປ່າ​ທີ່​ຫາ​ຍາກ​ຖືກສູນ​​​ພັ​ນ. ເຖິງວ່າ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ ມີ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ສະ​ກັດ​ກັ້ນ ແລະ ຕໍ່​ສູ້​ກັບ​​ສະ​ພາບ​ການ​ດັ່ງ​ກ່າວ​​ແລ້ວກໍ່​ຕາມແຕ່​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຍັງ​ໄດ້​ຮັບ​ຜົ​ນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫຼວງ​ຈາກບັນ​ດາ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ, ບໍ​ລິ​ໂພກ​ອຸ​ປະ​ໂພກ ແລະ ຄ້າ​ຂາຍ​ສັດ​ປ່າ​ທີ່​ຫາ​ຍາກ​ຢ່າງ​ຜິດ​ກົດ​ໝາຍ. ສາຍ​ເຫ​ດ​ແມ່ນ​ຍ້ອນ​ວ່າ ຫວຽດ​ນາມ ມີ​ທີ່​ຕັ້ງ​ພູມ​ສາດ​ຢ່າງ​ສະ​ດວກ, ແມ່ນ​ປະ​ຕູ​​ການ​ຄ້າລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊ​ຽນ, ອາ​ເມ​ລິ​ກາ​ໃຕ້, ອາບ​ຟ​ຣີ​ກາ ກັບ​ບັນ​ດາ​ຕະຫຼາດ​ບໍ​ລິ​ໂພກ​ອຸ​ປະ​ໂພກ​ຢູ່ ອາ​ຊີ ແລະ ບັນ​ດາ​ເຂດ​ອື່ນໆ​ໃນ​ໂລກ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕ​ໍ່​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​​ປັບ​ປຸງ​ລະ​ບົບ​ກົດ​ໝາຍ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສັດ​ປ່າ. ເພື່ອ​ຕໍ່​ສູ້​​ກັບ​ບັນ​ດາ​ຮູບ​ການການ​ຄ້າ​ສັດ​ປ່າທີ່​ຜິດ​ກົດ​ໝາຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ບັນ​ດາ​ຜູ້​ແທນ​ຖື​ວ່າ​ຄຽງ​​ຄູ່​ກັບການ​​ປັ​ບ​ປຸງ​ລະ​ບົບ​ກົດ​ໝາຍ​ທີ່​ພວມ​ປະ​ກາດ​ໃຊ້​ໃນ​ປະ​ຈຸ​ບັນ​​ແລ້ວຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​​ການ​ຕິດ​ຕາມກວດ​ກາການ​ປະ​ຕິ​ບັດ​ກົດ​ໝາຍ​​ອີກດ້ວຍ.


ຂ່າວ/ບົດ​ອື່ນ