ສະ​ຫລຸບການ​ແຂ່ງ​ຂັນ​ຊອກ​ຮູ້​ປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄົບ​ຮອບ 90 ປີ

(VOVWORLD) - ຕອນຄ່ຳວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດພິທີສະຫລຸບການແຂ່ງຂັນຊອກຮູ້ປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມຄົບຮອບ 90 ປີ ໃນໜ້າເວັບ VCNet .
ສະ​ຫລຸບການ​ແຂ່ງ​ຂັນ​ຊອກ​ຮູ້​ປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄົບ​ຮອບ 90 ປີ - ảnh 1

(ພາບ: TTXVN)

         ການແຂ່ງຂັນດັ່ງກ່າວລວມມີບັນດາຄຳຖາມກ່ຽວກັບຂີດໝາຍດ້ານປະຫວັດສາດຕ່າງໆ ທີ່ຕິດພັນກັບບັນດາຜົນງານອັນສຳຄັນຂອງປະເທດຊາດ ໂດຍພາຍໃຕ້ການຊີ້ນຳຂອງພັກ ແລະ ປະທານໂຮ່ຈີມິນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ,  ພາລະກິດປົກປັກຮັກສາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນປະຈຸບັນ. ການແຂ່ງຂັນໄດ້ດຶງດູດການເຂົ້າຮ່ວມຂອງກ່ວາ 3.2 ລ້ານເທື່ອຄົນ, ໃນນັ້ນມີຫຼາຍຄົນແມ່ນຊາວຕ່າງປະເທດ. ກ່າວຄຳເຫັນທີ່ພິທີສະຫລຸບ, ທ່ານຫງວຽນແທັງລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງຢືນຢັນວ່າ:

   ຕໍ່ໜ້າການພັດທະນາຢ່າງແຮງຂອງສື່ສັງຄົມອອນລາຍ, ການແຂ່ງຂັນດັ່ງກ່າວໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້, ຄຸນນະທາດດ້ານການເມືອງຂອງບັນດາພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນລຸ້ນໜຸ່ມໃນການນຳໃຊ້ສື່ສັງຄົມອອນລາຍແມ່ນການພິສູດໃຫ້ເຫັນການນຳໃຊ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຊີ, ການແຜ່ຂະຫຍາຍອອກສູ່ລວງກ້ວາງ, ການຕໍ່ສູ້ຕ້ານບັນດາທັດສະນະທີ່ເປັນປໍລະປັກ, ຮັກສາພື້ນຖານແນວຄິດຂອງພັກ, ປົກປັກຮັກສາພັກ ແລະ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ