ລາງວັນທີ 1 ແມ່ນພາບສາລະຄະດີ “ຍາມເຂົ້າສຸກຢູ່ບ້ານເກີດ
ເມືອງນອນຮ່ອນເດິດ” ຂອງຈິດຕະກອນ ຮວີ່ນໝີທ້ວນ
(ພາບ: kinhtenongthon)
(vovworld) – ພາຍຫລັງການປຸກລະດົມເປັນເວລາກ່ວາ 6 ເດືອນ, ການເສັງຮູບຖ່າຍສື່ມວນຊົນ “ກະສິກຳ - ຊາວກະສິກອນ - ຊົນນະບົດ” ໄດ້ຮັບຮູບຖ່າຍກ່ວາ 300 ແຜ່ນ. ບັນດາຮູບຖ່ານທີ່ສ່ອງແສງຊີວິດດ້ານກະສິກຳເປັນຫລາຍຮູບຫລາຍແບບຂອງປະເທດພາຍຫລັງ 70 ປີແຫ່ງວັນການປະຕິວັດເດືອນສິງຫາຢ່າງມີໄຊ. ນັ້ນແມ່ນບັນດາເລື່ອງລາວ ກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຂດ, ພາກ, ໝູ່ບ້ານຫັດຖະກຳ, ຮີດຄອງປະເພນີ, ງານບຸນ ແລະ ນະໂຍບາຍພັດທະນາກະສິກຳ, ຊົນນະບົດ, ຊາວກະສິກອນຂອງ ຫວຽນດາມຢ່າງມີຊີວິດຊີວາ. ທີ່ພິທີສະຫລຸບ ແລະ ມອບລາງວັນການເສັງ ດຳເນີນໃນຕອນເຊົ້າວັນທີ 7/10 ຢູ່ນະຄອນໂຮ່ຈີມິນ, ຄະນະຈັດຕັ້ງໄດ້ຄັດເລືອກຮູບຖ່າຍທີ່ດີເດັ່ນ 9 ແຜ່ນເພື່ອມອບລາງວັນ, ໃນນັ້ນ ລາງວັນທີ 1 ແມ່ນພາບສາລະຄະດີ “ຍາມເຂົ້າສຸກຢູ່ບ້ານເກີດເມືອງນອນຮ່ອນເດິດ” ຂອງຈິດຕະກອນ ຮວີ່ນໝີທ້ວນ, ນະຄອນ ໂຮ່ຈີມິນ.