ສະຫລຸບໂຄງການສົ່ງເສີມການຄ້າແຫ່ງຊາດປີ2014

ສະຫລຸບໂຄງການສົ່ງເສີມການຄ້າແຫ່ງຊາດປີ2014 - ảnh 1
ພາບ​ປະ​ກອບ

(vovworld) - ​​ ​​ຕອນ​ບ່າຍ​ວັນ​ທ​ີ 9/1, ຢ​ູ່​ຮ່າ​ໂນ້ຍ, ກົມ​ສົ່ງ​ເສີມ​ການ​ຄ້າ - ກະ​ຊວງ​ອຸດ​ສາ​ຫະ​ກຳ  ການ​ຄ້າ ຫວຽດ​ນາມ ໄດ້​ສະ​ຫລຸບ​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2014. ປີ 2014, ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ກ່​ວາ 7.600 ເທື່ອ​ເຂົ້າ​ຮ່ວມ​ດ້ວຍການ​​ທຸ​ລະ​ກຳ 258.000 ເທື່ອ, ລາຍ​ຮັບ​​ຈາກ​ການ​ຂາຍ​ສິນ​ຄ້າ​ບັນ​ລຸ​ກ່​ວາ 1,8 ຕື້ USD. ດ້ວຍ​ການ​ໜ​ູນ​ຊ່ວຍ​ຈາກ​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ, ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງ ຫວຽດ​ນາມ ​ໄດ້ມີ​ໜ້າ​ໃນ​ບັນ​ດາ​ຕະຫຼາດ​ໃຫຍ່​ຄື: ສະ​ຫະ​ພາບ​ເອີ​ລົບ, ອາ​ເມ​ລິ​ກາ, ສ. ເກົາຫຼີ, ຍີ່​ປຸ່ນ ແລະ ນັບ​ມື້​ນັບ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ຕະຫຼາດ​ອື່ນໆ​. ປີ 2015, ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຄື: ສົ່ງ​ເສີມ​ຕະຫຼາ​ດ​ສົ່ງ​ອອກ, ສະ​ໜອງຂໍ້​ມູນ​ຂ່າວ​ການ​ຄ້າ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ໄປ​ຄ​ຽງ​ຄູ່​ກັບ​ ​ຍູ້​ແຮງ​ການ​ສົ່ງ​ອອກ, ສະ​ກັດ​ກັ້ນ​ການ​ນຳ​ເຂົ້າ​ເກີນ​ດຸ​່ນ, ໂຄງ​ການ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ພັດ​ທະ​ນາ​ຕະຫຼາດ​ພາຍ​ໃນ, ພິ​ເສດ​ແມ່ນ​ສ້າງ​​ຕົວ​ແທນຈຳ​ໜ່​າຍ​ຢູ່​ເຂດ​ຊົນ​ນ​ະ​ບົດ, ເຂດ​ພູ​ດອຍ, ເຂດ​ຊາຍ​ແດນ ແລະ ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.


ຂ່າວ/ບົດ​ອື່ນ