ສະຫະປະຊາຊາດ ຈັດຕັ້ງ ສະເຫຼີມສະຫຼອງ “ ວັນສັນຕິພາບໂລກ ”

ສະຫະປະຊາຊາດ ຈັດຕັ້ງ ສະເຫຼີມສະຫຼອງ “ ວັນສັນຕິພາບໂລກ ” - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban Ki Moon ພ້ອມ​ກັບ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ຂອງ ສ.ປ.ຊ ອີກ​ຫຼາຍ​ທ່ານ ​ແລະ ​ເດັກນ້ອຍ​ ສົ່ງ​ສານ​ຮຽກ​ຮ້ອງ​ໃຫ້​ມີ​ສັນຕິພາບ​ໃນ​ໜ່ວຍ​ໂລກ. (ພາບ: UN )


Vovworld- ວັນ​ທີ 21/9 ອົງການ​ ສ.ປ.ຊ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ “ ວັນ​ສັນຕິພາບ​ໂລກ ” (21/9) ຊຶ່ງ​ແມ່ນ​ວັນ​ທົ່ວ​ໂລກ​ສາມັກຄີ​ກັນ​ຕໍ່ສູ້​ຕ້ານ​ສົງຄາມ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban Ki Moon ພ້ອມ​ກັບ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ຂອງ ສ.ປ.ຊ ອີກ​ຫຼາຍ​ທ່ານ ​ແລະ ​ເດັກນ້ອຍ​ທີ່​ຖື​ສັນຊາດ​ແຕກ​ຕ່າງ​ກັນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ພ້ອມ​ກັນ​ທຳ​ພິທີ​ອັນ​ເປັນ​ມູນ​ເຊື້ອ​ໃນ​ບໍລິ​ເວັນ​ສຳນັກງານ​ອົງການ ສ.ປ.ຊ ທີ່​ນະຄອນ​ນິວຢອກ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ, ​ເພື່ອ​ສົ່ງ​ສານ​ຮຽກ​ຮ້ອງ​ໃຫ້​ມີ​ສັນຕິພາບ​ໃນ​ໜ່ວຍ​ໂລກ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban Ki Moon​ ເນັ້ນໜັ້ກວ່າ ສົງຄາມ ​ແລະ ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ ​ໄດ້​ມ້າງ​ເພ​ທຳລາຍ​ບັນດາພື້ນຖານ ​ແລະ ​ເງື່ອນ​ໄຂ​ທຸ​ກຢ່າງ​ເພື່ອ​ພັດທະນາ. ທຸກໆ​ແຫຼ່ງ ຊັບພະຍາກອນ​ແມ່ນ​ຄວນ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ມະນຸດ, ຫາກ​ບໍ່​ແມ່ນ​ນຳ​ໃຊ້​ໃຫ້​ແກ່​ສົງຄາມ. ຕາມ​ທ່ານ​ເລຂາທິການ​ໃຫຍ່ ສ.ປ.ຊ  Ban Ki Moon ​ແລ້ວ, ທຸກໆ​ຄົນ​ຈົ່ງ​ສົ່ງ​ຄຳຮຽກຮ້ອງ​ຢ່າງ​ແຂງ​ແຮງ​ກ່ວາ​ເຖິງ​ບັນດາ​ອິດ​ທິກຳລັງ​ກະຫາຍ​ສົງຄາມ, ຫົວ​ຮຸນ​ແຮງ ຊຶ່ງ​ພວມ​ກໍ່​ຄວາມ​ບາດ​ເຈັບ​ລົ້ມ​ຕາມ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່ມ​ວນມະນຸດ .

ຂ່າວ/ບົດ​ອື່ນ