ສະຫະປະຊາຊາດ ສືບສວນການນຳໃຊ້ອາວຸດເຄມີຢູ່ ຊີຣີ

ສະຫະປະຊາຊາດ ສືບສວນການນຳໃຊ້ອາວຸດເຄມີຢູ່ ຊີຣີ - ảnh 1
ພາບປະກອບ

(vovworld) – ວັນ​ທີ 25/8, ກະຊວງ​ການ​ຕ່າງປະ​ເທດ ຊີຣີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ກັບ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ເລື່ອງ​ອະນຸຍາດ​ໃຫ້​ຄະນະ​ນັກ​ກວດກາ​ອາວຸດ​ເຄ​ມີ​ຂອງ​ອົງການ​ນີ້ ​ໄປ​ຍັ​ງ​ເຂດ​ຊົນນະບົດ Al Ghouta, ຢູ່​ທາງ​ທິດຕາ​ເວັນ​ອອກ​ນະຄອນຫຼວງ Damascus, ​ເພື່ອ​ສືບ​ສວນ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ທີ່​ໄດ້​ຮັບ​ຖື​ວ່າ ມີ​ການ​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ອາທິດ​ກ່ອນ​ຢ່າງ​ຮີບ​ດ່ວນ. ກ່ອນ​ໜ້າ​ນັ້ນ, ກຳລັງ​ຝ່າຍ​ຄ້ານ ຊີຣີ ​ໄດ້​ກ່າວ​ຜຸ​ກ​ໂທດ​ທະຫານ​ລັດຖະບານ​ນຳ​ໃຊ້​ທາດ​ພິດ Sarin ​ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ທາງ​ທິດຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ນະ​ຄອນ​ຫຼວງ Damascus ​ໃນ​ວັນ​ທີ 21/8, ​ເຮັດ​ໃຫ້ 1.300 ຄົ​ນ​ເສຍ​ຊີວິດ. ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar Al Assad ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ​ໃນ​ທັນທີ, ຖື​ວ່າ ນີ້​ພຽງ​ແຕ່​ແມ່ນ​ຄັນ​ຕະລະ​ບັດ​ຂອງ​ກຳລັງ​ຝ່າຍ​ຄ້ານ​ເພື່ອ​ແນ​ໃສ່​ດຶງ​ດູດ​​ສາກົນ​​ເຂົ້າ​ຮ່ວມ​ບັນຫາ ຊີຣີ. ມາ​ຮອດ​ຈຸດ​ເວລາ​ນີ້, ຍັງ​ບໍ່​ທັນ​ຮູ້​ຝ່າຍ​ໃດ​ນຳ​​ໃຊ້​ອາວຸດ​ເຄ​ມີ​ໃນ​ການ​ບຸກ​ໂຈມ​ຕີ​ນີ້.

 

ຂ່າວ/ບົດ​ອື່ນ