ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຈົ່ງກະ​ທຳ​ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລ​ັບ​ເດັກ

(VOVWORLD) -ວັນທີ 7 ເມສາ, ບັນດານັກຊ່ຽວຊານສິດທິມະນຸດຂອງ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີບັນດາມາດຕະການປົກປ້ອງ ເພື່ອຊ່ວຍເຫຼືອເດັກນັບລ້ານຄົນໃນທົ່ວໂລກ ທີ່ອາດຈະຕ້ອງຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ, ການຄ້າມະນຸດ, ສວຍໃຊ້ ແລະ ຖືກຂູດຮີດທາງເພດສຳພັນ ໃນສະພາບການເກີດໂລກລະບາດໂຄວິດ - 19.
ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຈົ່ງກະ​ທຳ​ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລ​ັບ​ເດັກ - ảnh 1ເດັກໆໄປເອົານໍ້າຢູ່ ແຂວງ Hajjah,ເຢແມນ(ພາບ: THX/TTXVN)

ທ່ານ Najat Maalla M’jid ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບການໃຊ້ຄວາມຮຸນແຮງສຳລັບເດັກ ຖືວ່າ ໃນໄລຍະປະຕິບັດຄຳສັ່ງປິດລ້ອມ, ແຍກຕົວຢູ່ກັບເຮືອນ ແລະ ຢູ່ສະຖານທີ່ຕ່າງໆ ຍ້ອນໂລກລະບາດໂຄວິດ - 19, ເດັກນ້ອຍ ມີຄວາມສ່ຽງອາດຈະຖືກ ໃຊ້ຄວາມຮຸນແຮງ ແລະ ຖືກຂູດຮີດສູງກວ່າ, ກໍຄືບັນດາສິ່ງທ້າທາຍ ຕໍ່ສຸຂະພາບຈິດ ຂອງເດັກ. ດັ່ງນັ້ນ, ບັນດານັກຊ່ຽວຊານສິດທິມະນຸດ ຈຶ່ງຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ຮັບປະກັນບັນດາບໍລິການປົກປ້ອງເດັກ ໂດຍໄດ້ຮັບການຈັດແບ່ງບຸກຄະລາກອນ ແລະ ປະກອບອຸປະກອນເໝາະສົມ, ບັນດາອົງການປະຕິບັດກົດໝາຍ ຍາມໃດກໍ່ຕ້ອງກຽມພ້ອມ ແລະ ສາມາດສຳຜັດກັບເດັກໝົດທຸກຄົນ ຄືສ້າງໂທລະສັບສາຍດ່ວນຕະຫຼອດ 24 ຊົ່ວໂມງ, ບໍລິການສົ່ງຂໍ້ຄວາມໂດຍບໍ່ເສຍຄ່າ, ບໍລິການທາງໄກໃຫ້ຄຳປຶກສາທາງຈິດຕະສາດ ແລະ ສັງຄົມ, ຈັດບ່ອນພັກອາໄສຊົ່ວຄາວໃຫ້ແກ່ເດັກບໍ່ເຖິງກະສຽນອາຍຸ.


ຕອບກັບ

ຂ່າວ/ບົດ​ອື່ນ