ສະຫະ​ປະຊາ​ຊາດ ​ໄດ້​ອອກ​ມະຕິ​ກ່າວ​ປະນາມ​ລັດທິ​ຈໍາ​ແນ​ກ​ເຊື້ອຊາດ​ຜິວ​ພັນ

(VOVWORLD) -        ວັນທີ 19 ມິຖຸນາ, ສະພາສິດທິມະນຸດຂອງ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມໄພຈໍາແນກເຊື້ອຊາດຜິວພັນ ກໍຄືບັນດາການກະທໍາໃຊ້ຄວາມຮຸນແຮງຂອງຕໍາຫຼວດ.
ສະຫະ​ປະຊາ​ຊາດ ​ໄດ້​ອອກ​ມະຕິ​ກ່າວ​ປະນາມ​ລັດທິ​ຈໍາ​ແນ​ກ​ເຊື້ອຊາດ​ຜິວ​ພັນ - ảnh 1 ການແຫ່ຂະບວນປະທ້ວງ ເພື່ອແນໃສ່ຄັດຄ້ານລັດທິຈໍາແນກເຊື້ອຊາດຜິວພັນ ຢູ່ສະວິດ (ພາບ: AFP/TTXVN)

 ເຖິງຢ່າງໃດກໍຕາມ, ມະຕິສະບັບດັ່ງກ່າວ ໄດ້ຮັບການປັບປຸງ ໂດຍບໍ່ລະບຸຢ່າງລະອຽດເຖິງ ອາເມລິກາ. ຕາມແຈ້ງການແລ້ວ, 47 ສະມາຊິກຂອງສະພາສິດທິມະນຸດຂອງ ສປຊ ໄດ້ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບມະຕິສະບັບປັບປຸງ. ມະຕິສະບັບດັ່ງກ່າວ ຮຽກຮ້ອງໃຫ້ຂ້າຫຼວງໃຫຍ່ ສປຊ Michele Bachelet ກະກຽມບົດລາຍງາຍກ່ຽວກັບ “ລັດທິຈໍາແນກເຊື້ອຊາດຜິວພັນທີ່ມີລັກສະນະເປັນລະບົບ, ລະເມີດບັນດາຂໍ້ກໍານົດກົດໝາຍສາກົນ ກ່ຽວກັບສິດທິມະນຸດ ຕ້ານຄືນປະຊາຊົນເຊື້ອຊາດ ອາຟະລິກາ ກໍຄືປະຊາຊົນເຊື້ອຊາດ ອາຟະລິກາ ໄດ້ເສຍຊີວິດ ຍ້ອນການກະທໍາຂອງບັນດາກໍາລັງປະຕິບັດກົດໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ