ສະຫະປະຊາຊາດກຳນົດເວລາຈັດຕັ້ງການເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ

ສະຫະປະຊາຊາດກຳນົດເວລາຈັດຕັ້ງການເຈລະຈາສັນຕິພາບ ຊີຣີ ຢູ່ ເຊີແນວ - ảnh 1
ທ່ານ Staffan de Mistura ຕອບສຳພາດຕໍ່ນັກຂ່າວ
(ພາບ: AFP/TTXVN)

(vovworld) - ​​ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ທ່ານ Staffan de Mistura ວັນ​ທີ 13/02 ​ໄດ້​ສົ່ງ​ຈົດໝາຍ​ເຊື້ອ​ເຊີນ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ ຊີຣີ ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ວັນ​ທີ 23/02 ຈະ​ມາ​ເຖິງ. ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC), ອົງການ​ຕາງໜ້າ​ຕົ້ນຕໍ​ຂອງ​ຝ່າຍ​ຄ້ານ ຊີຣີ, ຮັບ​ຮູ້ວ່າ ຈະ​​ແຕ່ງ​ຕັ້ງຄະນະ​ຜູ້​ແທນ​​ໃໝ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ, ​ໃນ​ນັ້ນ ​ມີທັງ​ຜູ້ຕາງໜ້າ​ກຳລັງ​​ໂດ​ຍ ລັດ​ເຊຍ ໜູນ​ຫລັງ.

        ກໍ່​ກ່ຽວຂ້ອງ​ເຖິງ​ວິວັດທະນາ​ການ​ເຈລະຈາ​ສັນຕິພາບ ຊີຣີ, ກະຊວງ​ການ​ຕ່າງປະ​ເທດ ກາ​ຊັກ​ສະຖານ ປະກາດ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ ຊີຣີ ​ແລະ ກຳລັງ​ປະກອບ​ອາວຸດ​ຝ່າຍ​ຄ້ານ ຈະ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ ​ເຊິ່ງ​ຈັດ​ຕັ້ງ​ຢູ່​ນະຄອນຫລວງ Astana ຂອງ​ປະ​ເທດ​ນີ້​ ໃນລະຫວ່າງ​ວັນ​ທີ 15 – 16/02.

ຕອບກັບ

ຂ່າວ/ບົດ​ອື່ນ