ສະ​ຫະ​ປະ​ຊາ​ຊາດ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ ເຢ​ເມນ

(VOVWORLD) -  ໃນເວລາມໍ່ໆມານີ້, ທ່ານ Martin Griffiths ໄດ້ມານະພະຍາຍາມຊຸກຍູ້ວິວັດການສ້າງສັນຕິພາບຢູ່ ເຢເມນ ຜ່ານບັນດາການເຄື່ອນໄຫວດ້ານການທູດລູກກະສວຍລະຫວ່າງກຳລັງພວກກະບົດ Houthi ຢູ່ ຊານາ.
ສະ​ຫະ​ປະ​ຊາ​ຊາດ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ ເຢ​ເມນ - ảnh 1 ບັນດາມືປືນຂອງພວກກະບົດ Houthi (ພາບ: AFP/TTXVN)

ວັນທີ 5 ພຶດສະພາ, ທ່ານ  Martin Griffiths ທູດພິເສດຂອງສະຫະປາຊາຊາດ ກ່ຽວກັບ ເຢເມນ ໄດ້ໄປເຖິງ ນະຄອນຫຼວງ ຊານາ ປະເທດ ເຢເມນ ເພື່ອແນໃສ່ຊຸກຍູ້ພວກກະບົດ Houthi ຜັນຂະຫຍາຍຂໍ້ຕົກລົງສັນຕິພາບເຊິ່ງບັນລຸໄດ້ເມື່ອເດືອນທັນວາ ປີ 2018. ທ່ານ Martin Griffiths ຈະພົບປະກັບການນຳບັນດາກຳລັງດັ່ງກ່າວເພື່ອປຶກສາຫາລືກ່ຽວກັບວິວັດການສ້າງສັນຕິພາບ. ວົງການຫນັງສືພິມບໍ່ໄດ້ຮັບອະນຸຍາດພົບປະກັບທ່ານ Martin Griffiths.

        ໃນເວລາມໍ່ໆມານີ້, ທ່ານ Martin Griffiths ໄດ້ມານະພະຍາຍາມຊຸກຍູ້ວິວັດການສ້າງສັນຕິພາບຢູ່ ເຢເມນ ຜ່ານບັນດາການເຄື່ອນໄຫວດ້ານການທູດລູກກະສວຍລະຫວ່າງກຳລັງພວກກະບົດ Houthi ຢູ່ ຊານາ ທີ່ໄດ້ຮັບການໜູນຫຼັງຈາກ ອີຣັກ ແລະ ລັດຖະບານ ເຢເມນ ພັດຖິ່ນ ຢູ່ ນະຄອນຫຼວງ ຣີຢາດ ຂອງ ສະຫະລັດ ອາຣັບເອັມມີເລດເພື່ອແນໃສ່ຢຸດຕິສົງຄາມພາຍໃນປະເທດທີ່ຖືກແກ່ຍາວມາເປັນເວລາ 4 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ