(vovworld) - ສະມັດສາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາເລື່ອງຮັບຮູ້ ປາແລດສຕີນ ເປັນລັດສັງເກດການບໍ່ເປັນພາຄີໃນການປ່ອນບັດ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 30/11. ກ່ຽວກັບຝ່າຍ ອິດສຣາແອນ, ແທນອາວີບ ໄດ້ກ່າວເຕື່ອນວ່າ ຂໍ້ຕົກລົງຂອງສະມັດສາໃຫຍ່ສະຫະປະຊາຊາດ ພຽງແຕ່ເຮັດໃຫ້ການປະທະກັນລະຫວ່າງອິດສຣາແອນ ແລະ ປາແລດສຕິນ ຖືກແກ່ຍາວນັ້ນ. ອາເມລິກາ ກໍໄດ້ຕິຕຽນການປ່ອນບັດດັ່ງກ່າວ. ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Susan Rice ໄດ້ຖືວ່າ, ມະຕິດັ່ງກ່າວສາມາດກີດຂວາງເສັ້ນທາງພາໄປເຖິງສັນຕິພາບຢູ່ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສຣາແອນ Benjamin Netanyahu ໄດ້ຖືບົດກ່າວປາໄສຂອງທ່ານປະທານນາທິບໍດີ ປາແລດສຕິນ Mahmoud Abbas ກ່ອນການປ່ອນບັດແມ່ນ “ເສຍກຽດ ແລະ ຕ້ານອິດສຣາແອນ”. ພາຍຫຼັງການປ່ອນບັດ, ທ່ານ Netanyahu ຖືວ່າ ການກະທຳຂອງສະຫະປະຊາຊາດແມ່ນລະເມີດບັນດາຂໍ້ຕົກລົງລະຫວ່າງອິດສຣາແອນ ແລະ ປາແລດສຕິນ ແລະ ອິດສຣາແອນ ຈະມີການກະທຳເພື່ອໂຕະຕອບ.