ສະຫະປະຊາຊາດຮັບຮອງເອົາມະຕິລົງໂທດໃໝ່ສຳລັບສປປ.ເກົາຫຼີ

(VOVWORLD) -ມະຕິເລກທີ 2397 ໄດ້ຮັບຮອງເອົາໃນວັນທີ 22 ທັນວາ, ໂດຍຫ້າມການສົ່ງອອກບັນດາຜະລິດຕະພັນຈາກນ້ຳມັນບໍ່ໄປຍັງສປປ.ເກົາຫຼີ ເກືອບ 90%

ດ້ວຍວາງລະດັບເພດານ 500.000 ຖັງຕໍ່ປີ, ພ້ອມທັງຮຽກຮ້ອງໃຫ້ບັນດາຄົນງານຂອງປະເທດນີ້ພວມເຮັດວຽກຢູ່ຕ່າງປະເທດກັບຄືນເມືອປະເທດໃນຮອບເວລາ 12 ເດືອນ.

        ມະຕິສະບັບໃໝ່ນີ້ຄາດວ່າ ຈະຫຼຸດຈຳນວນເງິນປະມານ 250 ລ້ານ USD/ປີ ເຊິ່ງສປປ.ເກົາຫຼີ ໄດ້ຮັບຈາກບັນດາການເຄື່ອນໄຫວສົ່ງອອກ, ເທົ່າກັບ 10% ວົງເງິນສົ່ງອອກແຕ່ລະປີຂອງສປປ.ເກົາຫຼີ. ໃນຂະນະນັ້ນ, ວົງເງິນນຳເຂົ້າກໍ່ຈະຖືກຫຼຸດລົງປະມານ 1,2 ຕື້ USD, ເທົ່າກັບ 30% ວົງເງິນນຳເຂົ້າໃນແຕ່ລະປີ.

        ພາຍຫຼັງມະຕິໄດ້ຮັບການຮັບຮອງເອົາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍເລື່ອງສະພາຄວາມໝັ້ນຄົງສະຫະປະຊາດ ຮັບຮອງເອົາມະຕິສະບັບໃໝ່ດັ່ງກ່າວ ແລະ ສະໜັບສະໜູນຄວາມປາດຖະໜາຂອງສະພາຄວາມໝັ້ນຄົງ ມີມາດຕະການແກ້ໄຂດ້ານການເມືອງ ແລະ ການທູດສັນຕິພາບໃຫ້ບັນຫາສປປ.ເກົາຫຼີ. ໃນຂະນະນັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ຖືວ່າ, ປະຊາຄົມສາກົນໄດ້ ແລະພວມມານະພະຍາຍາມເພື່ອສັນຕິພາບກັບສປປ.ເກົາຫຼີ. ສ່ວນອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ ຢືນຢັນວ່າ, ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍວິວັດທະນາການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ