ສະຫະປະຊາຊາດຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງເຄົາລົບກົດໝາຍວ່າດ້ວຍສົງຄາມ

(VOVWORLD) - ໂຄສົກຂອງຫ້ອງການ, ທ່ານ Jeremy Laurence ສະແດງຄວາມວິຕົກກັງວົນກ່ຽວກັບການເຄົາລົບກົດໝາຍວ່າດ້ວຍສົງຄາມ, ພິເສດແມ່ນບັນດາຫຼັກການກ່ຽວກັບຄວາມແຕກຕ່າງ, ອັດຕາ ແລະ ລັກສະນະດຸນດ່ຽງ.
ສະຫະປະຊາຊາດຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງເຄົາລົບກົດໝາຍວ່າດ້ວຍສົງຄາມ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 15 ຕຸລາ, ຫ້ອງການສິດທິມະນຸດສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຕິບັດ “ການສືບສວນໂດຍໄວ, ເປັນເອກະລາດ ແລະ ຮອບດ້ານ” ກ່ຽວກັບເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ Aito, ທາງພາກເໜືອ ລີບັງ, ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ, ໃນນັ້ນມີເດັກນ້ອຍ 2 ຄົນ.

        ໂຄສົກຂອງຫ້ອງການ, ທ່ານ Jeremy Laurence ສະແດງຄວາມວິຕົກກັງວົນກ່ຽວກັບການເຄົາລົບກົດໝາຍວ່າດ້ວຍສົງຄາມ, ພິເສດແມ່ນບັນດາຫຼັກການກ່ຽວກັບຄວາມແຕກຕ່າງ, ອັດຕາ ແລະ ລັກສະນະດຸນດ່ຽງ. ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ແລະ ອົງການທັນຍາຫານໂລກ (WFP) ກໍ່ຮຽກຮ້ອງມີແຫຼ່ງທຶນອຸປະຖຳຕື່ມອີກ ເພື່ອແກ້ໄຂຄວາມຕ້ອງການມະນຸດສະທຳທີ່ນັບມື້ນັບເພີ່ມຂຶ້ນຢູ່ຂົງເຂດນີ້, ເຊິ່ງແມ່ນແຫ່ງທີ່ເກີດການໃຊ້ຄວາມຮຸນແຮງເຮັດໃຫ້ນັບພັນຄົນຢູ່ທັງ ລີບັງ ແລະ ອິດສະຣາແອັນ ຕ້ອງຍົກຍ້າຍໄປບ່ອນອື່ນ.

        ວັນທີ 15 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan ຮຽກຮ້ອງໃຫ້ໂລກຈັດວາງຄຳສັ່ງຂວ້ຳບາດຕ້ານ ອິດສະຣາແອັນ ແລະ ເພື່ອສະກັດກັ້ນ Tel Aviv ສືບຕໍ່ແກ່ຍາວສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ