ສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມສາກົນສະກັດກັ້ນໄພຈຳແນກເຊື້ອຊາດຜິວພັນ

(VOVWORLD) -ຕາມບົດລາຍງານແລ້ວ, ເມື່ອສັງຄົມຍິ່ງມີຫຼາຍຊົນເຜົ່າ, ສາສະໜາ ແລະ ວັດທະນະທຳ ນັ້ນ, ຕ້ອງສຸມໃສ່ການຄິດໄລ່ຢ່າງຮອບດ້ານຫຼາຍກວ່າ
ສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມສາກົນສະກັດກັ້ນໄພຈຳແນກເຊື້ອຊາດຜິວພັນ - ảnh 1(ພາບປະກອບ: AFP)

          ວັນທີ 16 ກັນຍາ, ມີກຸ່ມນັກຊ່ຽວຊານຂອງສະຫະປະຊາຊາດ ໄດ້ສະເໜີບົດລາຍງານຫົວເລື່ອງສະເພາະ ຊີ້ແຈ້ງບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໄພຈຳແນກເຊື້ອຊາດຜິວພັນສຳລັບສິດພັດທະນາ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງສະກັດກັ້ນບັນຫາດັ່ງກ່າວພາຍໃຕ້ຫຼາຍຮູບແບບ ກໍຄືການຕໍ່ສູ້ຕ້ານການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ. ຕາມບົດລາຍງານແລ້ວ, ເມື່ອສັງຄົມຍິ່ງມີຫຼາຍຊົນເຜົ່າ, ສາສະໜາ ແລະ ວັດທະນະທຳ ນັ້ນ, ຕ້ອງສຸມໃສ່ການຄິດໄລ່ຢ່າງຮອບດ້ານຫຼາຍກວ່າ ແລະ ມີຄວາມສະໜິດຕິດພັນເພື່ອຂຸດຄົ້ນຜົນປະໂຫຍດຂອງຄວາມເປັນຫຼາຍຮູບຫຼາຍແບບໃຫ້ທັງມວນມະນຸດ ແທນທີ່ຖືນັ້ນແມ່ນໄພນາບຊູ່. ທ່ານ Kanade ໄດ້ຢ້ຳຄືນຄຳຮຽກຮ້ອງຂອງປະຊາຄົມສາກົນ ທີ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາຕໍ່ບັນດາສິດທິຂອງມະນຸດ ແລະ ບັນດາຄຸນຄ່າໄດ້ແບ່ງປັນ ເພື່ອແນໃສ່ປົກປ້ອງຄວາມສະເໝີພາບລະຫວ່າງຍິງ - ຊາຍ ກໍຄືກຽດສັກສີຢູ່ໃນ ແລະ ນອກຂອບເຂດສິດພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ