ສະຫະພັນບັນດາ ສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນອອກຈາກເຂດທະເລຫວຽດນາມ
(ພາບ: Cảnh sát biển Việt Nam)
(vovworld) – ວັນທີ 12/05, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ອອກຖະແຫຼງການຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍໃນເຂດທະເລຂອງຫວຽດນາມ. ຖະແຫຼງຊີ້ແຈ້ງວ່າ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ບັນດາອົງການສະມາຊິກ ແລະ ຖັນແຖວປັນຍາຊົນຫວຽດນາມ ຄັດຄ້ານບັນດາການກະທຳທີ່ຜິດກົດໝາຍຂອງຈີນ ແລະ ຮຽກຮ້ອງຈີນ ຖອນຮ້ານເຈາະນ້ຳມັນ ແລະ ບັນດາກຳປັ່ນປ້ອງກັນອອກຈາກເຂດທະເລຂອງຫວຽດນາມ ໃນທັນທີ, ບໍ່ດຳເນີນການກະທຳຄ້າຍຄືກັນໃນອະນາຄົດ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຮຽກຮ້ອງສະມາຄົມວິທະຍາສາດເຕັກນິກຈີນ, ສະຫະພັນບັນດາອົງການວິສາວະກອນອາຊຽນ, ປັນຍາຊົນຈີນ ແລະ ປະເທດຕ່າງໆອອກສຽງປົກປ້ອງຄວາມຍຸຕິທຳ, ປົກປ້ອງກົດໝາຍສາກົນ.