ສະຫະພັນລັດຖະສະພາ ອາຣັບ ປະຕິເສດແຜນການສັນຕິພາບຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ

(VOVWORLD) -ວັນທີ 08 ກຸມພາ, ສະຫະພັນລັດຖະສະພາ ອາຣັບ (APU) ໄດ້ອອກສຽງປະຕິເສດແຜນການສັນຕິພາບຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເຊິ່ງໄດ້ປະກາດໃນທ້າຍເດືອນ ມັງກອນ ຜ່ານມາ.
ສະຫະພັນລັດຖະສະພາ ອາຣັບ ປະຕິເສດແຜນການສັນຕິພາບຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ - ảnh 1 ທ່ານ Atef Tarawneh ປະທານສະພາຕ່ຳ ຈໍແດນ, ທັງເປັນປະທານ APU (ພາບ: palinfo)

ຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມດ່ວນຄັ້ງທີ 30 ຂອງ APU ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 20 ປະເທດ ອາຣັບ ເຊິ່ງໄດ້ຈັດຕັ້ງຢູ່ນະຄອນຫລວງ Amman ຂອງປະເທດ ຈໍແດນ. ທີ່ກອງປະຊຸມ, ທ່ານ Atef Tarawneh ປະທານສະພາຕ່ຳ ຈໍແດນ, ທັງເປັນປະທານ APU ຖືວ່າ: ຈະບໍ່ມີອະນາຄົດໃຫ້ບໍ່ວ່າມາດຕະການໃດໆ ເຊິ່ງຖືກຊາວ ປາແລັດສະຕິນ ປະຕິເສດ ກໍ່ຄືບໍ່ມີມາດຕະການໃດເປັນໄປໄດ້ ນອກຈາກເລື່ອງສ້າງຕັ້ງລັດ ປາແລັດສະຕິນ ເອກະລາດ ຢູ່ດິນແດນຂອງເຂົາເຈົ້າ ດ້ວຍເສັ້ນຊາຍແດນກ່ອນປີ 1967 ແລະ ນະຄອນຫລວງແມ່ນ Jerusalem ຕາເວັນອອກ. ໃນຂະນະນັ້ນ, ທ່ານ Salim Zanoun ປະທານຄະນະກຳມະການແຫ່ງຊາດ ປາແລັດສະຕິນ ໄດ້ຢືນຢັນວ່າ: ບັນດາມາດຕະການເຊິ່ງ ອາເມລິກາ ເຕື້ອງເຖິງໃນຂໍ້ຕົກລົງສັນຕິພາບຕາເວັນອອກກາງແມ່ນບໍ່ມີຄວາມໝາຍ ແລະ ຖືກຄັດຄ້ານ ຍ້ອນວ່າມັນບໍ່ສົນໃຈຕໍ່ສິດກັບຄືນປະເທດຂອງຊາວລີ້ໄພ ປາແລັດສະຕິນ ແລະ ຮັບຮູ້ທົ່ວ Jerusalem ແມ່ນນະຄອນຫລວງຂອງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ