ສະຖານທີ່ປ່ອນບັດເລືອກຕັ້ງດູມາແຫ່ງຊາດລັດເຊຍ
ພາບ:TTXVN
|
(vovworld)- ວັນທີ 18/9, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດລັດເຊຍ ກວ່າ 110 ລ້ານ ຄົນໄດ້ໄປປ່ອນບັດເລືອກຕັ້ງ ດູມາແຫ່ງຊາດ ຊຸດທີ 7 ດ້ວຍ 450 ທີ່ນັ່ງໃນສະພາແຫ່ງຊາດ. ມີ 95.000 ສະຖານທີ່ປ່ອນບັດໄດ້ເປີດປະຕູຮອດ 20ໂມງ00(ເວລາມົດສະກູ), ຮັບປະກັນທຸກເງື່ອນໄຂຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍເພື່ອໃຫ້ຜູ້ມີສິດເລືອກຕັ້ງປະຕິບັດສິດ ແລະ ພັນທະຂອງຕົນ. ພາຍຫລັງ 13 ປີ, ການເລືອກຕັ້ງສະພາແຫ່ງຊາດລັດເຊຍ ປີ 2016 ຈຶ່ງກັບຄືນວິວັດການຕາມລະບົບປະສົມ.ບັນດາພັກການເມືອງຕ້ອງຍາດໄດ້ 5% ບັດສະຫນັບສະຫນູນ ຈື່ງມີທີ່ນັ່ງໃນດູມາແຫ່ງຊາດໄດ້. ວົງການນັກໄຈ້ແຍກຄາດຄະເນວ່າ 4 ພັກຕົ້ນຕໍໃນດູມາແຫ່ງຊາດລັດເຊຍ ຊຸດທີ 7 ຍັງຈະສືບຕໍ່ເປັນພັກກຳອຳນາດ.