(vovworld) – ກອງປະຊຸມດ່ວຍຂັ້ນລັດຖະມົນຕີ ຈະຈັດຂຶ້ນໃນວັນທີ 15/01, ເພື່ອແນໃສ່ປຶກສາຫາລືບັນດາການຜັນແປ່ໃໝ່ ທີ່ກ່ຽວຂ້ອງເຖິງປາແລດສິນ. ນອກຈາກນັ້ນ, ກອງປະຊຸມກໍ່ຈະປຶກສາຫາລືເພື່ອເປັນເອກະພາບບັນດາການເຄື່ອນໄຫວແນໃສ່ສະໜັບສະໜູນປາແລດສຕິນ.
ການກະທຳດັ່ງກ່າວຂອງສະຫະພັນອາຣັບ ຖືກດຳເນີນໄປໃນສະພາບທີ່ທ່ານນາຍົກລັດຖະມົຕີ ອິດສຣາແອນ Benjamin Netanyahu ຕົກລົງໂຈະການມອບເງິນຈາກການເກັບພາສີເດືອນ 12 ໃຫ້ຝ່າຍປາແລດຕິນ ແນໃສ່ໂຕ້ຕອບເລື່ອງທ່ານປະທານາທິບໍດີປາແລດສຕິນ Abbas ລົງນາມໃນເອກະສານຂໍ້ເຂົ້າເປັນສະມາຊິກຂອງ 20 ອົງການຈັດຕັ້ງສາກົນ, ໃນນັ້ນມີສານອາຍາສາກົນ (ICC).