ສະຫະພັນອາຣັບຮຽກຮ້ອງໃຫ້ມີມາດຕະການດ້ານການເມືອງເພື່ອແກ້ໄຂວິກິດການຢູ່ຊີຣີ
ບັນດາການນຳ ອາຣັບ ເຂົ້າຮ່ວມກອງປະຊຸມ
ພາບ:baomoi.com
|
(vovworld) - ພາຍຫລັງດຳເນີນການປະຊຸມມາເປັນເວລາ 2 ມື້ ຢູ່ ຄູເວດ, ວັນທີ 26/3, ກອງປະຊຸມສຸດຍອດສະຫະພັນ ອາຣັບ (AL) ຄັ້ງທີ 25 ໄດ້ອອກຖະແຫລງການຮ່ວມ, ໃນນັ້ນ ຮຽກຮ້ອງໃຫ້ມີມາດຕະການການເມືອງເພື່ອແກ້ໄຂການປະທະກັນຢູ່ ຊີຣີ, ໂດຍບໍ່ຫົວຊາຕໍ່ເລື່ອງຝ່າຍຄ້ານຢູ່ຊີຣີ ພວມຮຽກຮ້ອງຕ້ອງການໄດ້ຮັບການສະຫນອງອາວຸດທັນສະໄຫມເພື່ອເພີ່ມກຳລັງແຮງຢູ່ສະຫນາມຮົບ. ໃນຖະແຫລງການຮ່ວມ, ບັນດາການນຳ ອາຣັບ ໄດ້ຮຽກຮ້ອງໃຫ້ມີມາດຕະການການເມືອງເພື່ອແກ້ໄຂວິກິດການຢູ່ ຊີຣີ ໂດຍອີງໃສ່ເນື້ອໃນແຈ້ງການຫນັງສືພິມຂອງກອງປະຊຸມສາກົນກ່ຽວກັບ ຊີຣີ ຢູ່ ເຊີແນວ ປະເທດ ສະວິດ ໃນປີ 2012 ແລະ ຮຽກຮ້ອງດຳເນີນການມອບໂອນສິດອຳນາດໂດຍສັນຕິວິທີຢູ່ປະເທດນີ້.
ກ່ຽວກັບວິວັດທະນາການສັນຕິພາບຢູ່ ຕາເວັນອອກກາງ, ບັນດາການນຳ ອາຣັບ ສະແດງການສະຫນັບສະຫນູນຢ່າງສິ້ນເຊິງສຳລັບເລື່ອງ ປາແລດສະຕີນ ປະຕິເສດຮັບຮອງ ອິດສະຣາແອນ ແມ່ນປະເທດຊາວຢີວ- ຊື່ງແມ່ນບັນຫາພວມນາບຂູ່ການທຳລາຍວິວັດທະນາການສັນຕິພາບ ໂດຍອາເມລິກາ ນຳຫນ້າ.