ສະຫະພາບອາຟຣິກາ ສະເຫຼືມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ

ສະຫະພາບອາຟຣິກາ ສະເຫຼືມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງ - ảnh 1
ສະ​ເຫຼື​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະພາບ ອາ​ຟຣິກາ
(ພາບ: TTXVN)

(vovworld) – ວັນ​ທີ 25/5, ຢູ່​ນະຄອນ​ຫຼວງ Addis Ababa, Ethiopia, ​ໄດ້​ດຳ​ເນີນ​ພິທີສະ​ເຫຼື​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະພາບ ອາ​ຟຣິກາ (AU) . ກ່າວ​ປາ​ໄສ​ໄຂ​ພິທີ, ທ່ານ​ນາຍົກ​ລັດ​ຖະມົນຕີ Ethiopia, ທັງ​ເປັນ​ປະທານ AU Hailemariam Dasalegn ​ເນັ້ນ​ໜັກ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ຄວາມ​ໝາຍ​ພິ​ເສດ, ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ອົງການ​ຕາງໜ້າ​ໃຫ້​ທະວີບ… ພວກ​ເຮົາ​ຄວນ​ຮັບ​ຮູ້​ເພື່ອຖອດ​ຖອນ​ບົດຮຽນ​ຈາກ​ບັນດາ​ຜົນງານ​ເຊິ່ງພວກ​ເຮົາ​ບັນລຸ​ໄດ້, ກໍ່​ຄືບັນດາ​ການ​ທ້າ​ທາຍ​ເຊິ່ງພວກ​ເຮົາ​ຈະ​ຕ້ອງ​ຮັບ​ມື ຈາກ​ນັ້ນຈະ​ວາງ​​ເສັ້ນທາງ​ກ້າວ​ຂຶ້ນ. ຈາກ​ຄວາມ​ຈິງ​ນີ້, ຄຳ​ຂວັນ ”ລັດທິ​ທົ່ວ​ອາ​ຟຣິກາ ​ແລະ ພັດທະນາ​ອາ​ຟຣິກາ”​ໄດ້​ຮັບ​ການ​ເລືອກ​ເຟັ້ນ. ບົນ​ຈິດ​ໃຈ​ນັ້ນ, ບັນດາ​ການ​ນຳ​ອາ​ຟຣິກາ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ເສັ້ນທາງ​ໃນ​ຕໍ່ໜ້າ​ຂອງ​ອາ​ຟຣິກາ, ດ້ວຍ​ຈຸດໝາຍ ”​ເພື່ອ​ອາ​ຟຣິກາ​ບໍ່​ມີ​ໄພ​ອຶດ​ຫີ​ວ, ທຸກ​ຍາກ ​ແລະ ການ​ປະ​ທະ​ກັນ, ​ໃນ​ນັ້ນ​ທຸກ​ຄົນ​ລ້ວນ​ແຕ່​ມີ​ລາຍ​ຮັບ​ປານ​ກາງ”. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ AU Nkoazana Dlamini Zuma ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ ​ວາງ​ຍຸດ​ທະ​ສາດ​ພັດທະນາ​ໄລຍະ​ຍາວ​ໃຫ້​ແກ່​ທະວີບ, ​ໃນ​ນັ້ນ​ສ້າງ​ບັນດາ​ເຂດ​ການ​ຄ້າ​ເສລີ ​ແລະ ມຸ່ງ​ໄປ​ສູ່​ຕະຫຼາດ​ລວມອາ​ຟຣິກາ​ໂດຍ​ໄວ, ​ເພີ່ມ​ທະວີ​ກຳລັງແຮງ​ 5 ພາກ​ພື້ນຂອງ​ທະວີບ ຜ່ານ​ການ​ກໍ່ສ້າງ​ບັນດາ​ກຸ່ມ​ພັນທະ​ມິດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ໄປມາ​ຢ່າງ​ເສລີ​ຂອງ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ