ສະ​ຫະ​ສະ​ມາ​ຄົມການ​ທ່ອງ​ທ່ຽວ ອາ​ຊຽນ ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຊາຍ​ແດ​ນ​ຄືນ​ໃໝ່

(VOVWORLD) -   ສະຫະສະມາຄົມການທ່ອງທ່ຽວ ອາຊຽນ (ASEANTA) ໄດ້ຊຸກຍູ້ແຜນການເປີດປະຕູຊາຍແດນຄືນໃໝ່ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ໃນກອງປະຊຸມຄັ້ງທີ 24 ຂອງ ກະຊວງທ່ອງທ່ຽວບັນດາປະເທດ ອາຊຽນ ໃນວັນທີ 4 ກຸມພາ,
ສະ​ຫະ​ສະ​ມາ​ຄົມການ​ທ່ອງ​ທ່ຽວ ອາ​ຊຽນ ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຊາຍ​ແດ​ນ​ຄືນ​ໃໝ່ - ảnh 1(ພາບປະກອບ: AFP)

ວັນທີ 4 ກຸມພາ, ໜັງສືພິມ Bangkok Post ໄດ້ຄັດສະເໜີຄຳປາໄສຂອງທ່ານປະທານ ASEANTA Mingkwan Metmowlee ໃຫ້ຮູ້ວ່າ ຈະຮຽກຮ້ອງໃຫ້ເຊື່ອມຕໍ່ການເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໃນໄຕມາດ 1 ຫຼື ໄຕມາດທີ 2 ປີ ນີ້ ເພາະວ່າ ຂະແໜງອຸດສາຫະກຳນີ້ ມີຄວາມສ່ຽງຈະລົ້ມລະລາຍ, ສະນັ້ນ ຕ້ອງມີການເຄື່ອນໄຫວໂດຍດ່ວນ.

        ສະຫະສະມາຄົມທ່ອງທ່ຽວ ອາຊຽນ ກໍສະເໜີວ່າ ໃນເຄິ່ງຕົ້ນປີ 2021 ນີ້, ບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄວນພິຈາລະນາແຂກທ່ອງທ່ຽວທີ່ເປັນນັກທຸລະກິດໃນພາກພື້ນ ກໍຄື ຈາກຄູ່ເຈລະຈາຂອງ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ