ສະເຫຼີມສະຫຼອງ 100 ປີ ILO ແລະ ແນວຄິດປະທານໂຮ່ຈິມິນກ່ຽວກັບການອອກແຮງງານ ແລະ ຮັບປະກັນຊີວິດສັງຄົມ

(VOVWORLD) -ບັນດາຫຼັກການພື້ນຖານຂອງ ILO ມີຫຼາຍຈຸດທີ່ຄ້າຍຄືກັນກັບແນວຄິດປະທານໂຮ່ຈິມິນ, ຜູ້ນຳຂອງປະຊາຊົນຫວຽດນາມ.
ສະເຫຼີມສະຫຼອງ 100 ປີ ILO ແລະ ແນວຄິດປະທານໂຮ່ຈິມິນກ່ຽວກັບການອອກແຮງງານ ແລະ ຮັບປະກັນຊີວິດສັງຄົມ - ảnh 1(ພິທີສະເຫຼີມສະຫຼອງ 100 ປີ ILO ແລະ ແນວຄິດປະທານໂຮ່ຈິມິນກ່ຽວກັບການອອກແຮງງານ ແລະ ຮັບປະກັນຊີວິດສັງຄົມ)

ພິທີສະເຫຼີມສະຫຼອງ 100 ປີ ILO ແລະ ແນວຄິດປະທານໂຮ່ຈິມິນກ່ຽວກັບການອອກແຮງງານ ແລະ ຮັບປະກັນຊີວິດສັງຄົມ, ດຳເນີນໃນຕອນເຊົ້າວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ທ່ານນາງຮອງຜູ້ອຳນວຍການໃຫຍ່ກົມການແຮງງານສາກົນ Deborah Greenfield, ຜູ້ຕາງໜ້າບັນດາອົງການຂອງສະຫະປະຊາຊາດ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ…

        ກ່ອນນີ້ 100 ປີເຕັມ, ເມື່ອປີ 1919, ອົງການແຮງງານສາກົນ ILO ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ເພື່ອເປົ້າໝາຍອັນສູງສົ່ງແມ່ນພື້ນຖານສັນຕິພາບແບບຍືນຍົງ ບົນພື້ນຖານຄວາມຍຸຕິທຳສັງຄົມ. ບັນດາຫຼັກການພື້ນຖານຂອງ ILO ມີຫຼາຍຈຸດທີ່ຄ້າຍຄືກັນກັບແນວຄິດປະທານໂຮ່ຈິມິນ, ຜູ້ນຳຂອງປະຊາຊົນຫວຽດນາມ. ບົນພື້ນຖານນັ້ນ, ໃນເກືອບ 3 ທົດສະວັດຜ່ານມາ, ນັບແຕ່ເມື່ອເຂົ້າເປັນສະມາຊິກ ILO, ຫວຽດນາມ ຍາມໃດກໍ່ສະໜັບສະນູນບັນດາເປົ້າໝາຍຂອງ ILO. ທ່ານນາງ Deborah Greenfieldມ ຮອງຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ, ຕີລາຄາວ່າ.

        “ຜົນສຳເລັດຂອງຫວຽດນາມ ໄດ້ລື່ນກາຍຂອບເຂດຫັນເປັນອຸດສາຫະກຳ, ການເຕີບໂຕເສດຖະກິດ, ຫາກຍັງແຜ່ຂະຫຍາຍທັງນະໂຍບາຍແຮງງານ ແລະ ສັງຄົມອີກດ້ວຍ. ບັນດາຂໍ້ລິເລີມທີ່ພົ້ນເດັ່ນລວມທັງການເປີດກວ້າງຂອບເຂດອຸປະຖຳສັງຄົມ, ຫັນນະໂຍບາຍເງິນເດືອນເປັນທັນສະໄໝ, ມານະພະຍາຍາມຫັນກົດໝາຍວ່າດ້ວຍແຮງງານຂອງຫວຽດນາມ ເປັນທັນສະໄໝ. ຫວຽດນາມ ກໍ່ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຕໍ່ກັບບັນດາມາດຕະຖານແຮງງານສາກົນ ໃນສະພາບເຊື່ອມໂຍງເສດຖະກິດທົ່ວໂລກ”.

        ທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກເຖິງຄວາມຍຸຕິທຳທາງສັງຄົມ, ວຽກເຮັດງານທຳທີ່ເໝາະສົມ, ໝັ້ນຄົງຍາວນານ ບົນພື້ນຖານເຄົາລົບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ຜູ້ນຳໃຊ້ຜູ້ອອກແຮງງານ ເຊິ່ງແມ່ນບັນດາຄຸນຄ່າແກ່ນສານເຊິ່ງ ILO ຍາມໃດກໍ່ມຸ່ງໄປເຖິງ. ນັ້ນກໍ່ແມ່ນໜ້າທີ່ເຊິ່ງ ILO, ຫວຽດນາມ ກໍ່ຄືບັນດາປະເທດສະມາຊິກຂອງ ILO ໄດ້ ແລະ ພວມຊຸກຍູ້. 2 ຝ່າຍກໍ່ພ້ອມກັນຮ່ວມມືເພື່ອຫັນແນວຄິດທີ່ຄ້າຍຄືກັນຂອງບັນດາຜູ້ສ້າງຕັ້ງ ILO ແລະ ປະທານໂຮ່ຈິມິນ ກ່ຽວກັບຄວາມຍຸຕິທຳໃນສັງຄົມ, ວຽກເຮັດງານທຳແບບຍືນຍົງ ແລະ ເພື່ອສັນຕິພາບ, ຄວາມຜາສຸກໃຫ້ປະຊາຊົນທຸກໆຄົນໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ