ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດພົນເອກວັນຕ໋ຽນຢຸງ

ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດພົນເອກວັນຕ໋ຽນຢຸງ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ພົນ​ເອກ ​ວັນ​ຕ໋ຽນຢຸງ

(vovworld) - ວັນ​ທີ 27/4, ຢູ່ ຮ່າ​ໂນ້ຍ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ - ກະຊວງ​ປ້ອງ​ກັນ​ປະ​ເທດ ສົມທົບ​ກັບ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ພົນ​ເອກ ​ວັນ​ຕ໋ຽນຢຸງ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ​ເລຂາ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຫງວຽນ​ຟູ໋ຈ້ອງ, ຜູ້​ປະຈຳການ​ຄະນະ​ເລຂາ ດິງ​ເທ໋ຮວຽນ ​ແລະ ບັນດາ​ຜູ້​ແທນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ​ເນັ້ນ​ໜັກ​ວ່າ, ຜ່ານ​ການ​ເຄື່ອນ​ໄຫວ​ປະຕິວັດ​ກວ່າ 65 ປີ​ຢ່າງ​ຕໍ່​ເນື່ອງ, ພົນ​ເອກ ​ວັນ​ຕ໋ຽນຢຸງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນາຍ​ພົນ​ຊີ້​ນຳ​ນຳພາ​ທີ່​ດີ​ເດັ່ນ​ຂອງ​ກອງທັບ ຫວຽດນາມ, ​ແມ່ນ​ນັກ​ຍຸດ​ທະ​ສາດ, ​ແມ່ນ​ການ​ນຳ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ປະຕິວັດ. ພົນ​ເອກ ​ວັນ​ຕ໋ຽນຢຸງ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ກອງທັບ​ຕາມ​ທິດ​ປະຕິວັດ, ກອງທັບ​ຫຼວງ, ຍອດ​ຢ້ຽມ, ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ​ແລະ ກໍ່​​ໃນພິທີ, ຜູ້ຕາງໜ້າ​ນັກຮົບ​ໜຸ່ມ​ໄດ້​ສະ​ແດງ​ຄວາມຕັດສິນ​ໃຈ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ ພົນ​ເອກ ​ວັນ​ຕ໋ຽນຢຸງ, ຫຼໍ່​ຫຼອມ, ຍົກ​ສູງ​ຄຸນ​ນະ​ທາດ​ການ​ເມືອງ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ປະ​ເທດ​ຊາດ ​ແລະ ປະຊາຊົນ.


ຂ່າວ/ບົດ​ອື່ນ