ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ

ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ ເຈື່ອງຈິງ - ảnh 1
(ທ່ານເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ)

(vovworld) - ມື້​ນີ້, ວັນ​ທີ 9/2,  ສະ​ເຫຼີມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ (9-2-1907/9-2-2017) ​ໃນ​ໜັງສືພິມ ກວນ​ໂດ້ຍ​ເຍິນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ມີ​ບົດ​ຂຽນ ​ແລະ ຮູບ​ພາບ, ຍ້ອງຍໍ​ທ່ານ, ນັກຮົບ​ກອມ​ມູນິດ​ທີ່​ເປັນ​ແບບຢ່າງ, ລູກສິດ​ທີ່​ດີ​ເດັ່ນ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ ​ເຂົ້າ​ຮ່ວມ​ການ​ປະຕິວັດ​ນັບ​ແຕ່​ເວລາ​ມີ​ອາຍຸ 18 ປີ; ທ່ານ​ແມ່ນ​ລູກສິດ​ທີ່​ດີ​ເດັ່ນ, ​ເປັນ​ສະຫາຍ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ​ໄດ້​ມີ​ລັດຖະນະ​ໂຍບາຍ​ທີ່​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ບາດ​ລ້ຽວຂອງ​ການ​ປະຕິວັດ, ພິ​ເສດ​ແມ່ນ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ ເລຂາທິການ​ໃຫຍ່ ​ພັກ​ກອມ​ມູນິດ ຫວຽດນາມ. ດ້ວຍ​ຈີນ​ຕະນາ​ການ​ດ້ານ​ການ​ເມືອງ​ຢ່າງຊຳນິ​ຊຳນານ, ດ້ວຍ​ປັນຍາ​ທີ່​ແຫຼມ​ຄົມ, ທ່ານ ເລຂາທິການ​ໃຫຍ່ ​ເຈື່ອງ​ຈິງ​ໄດ້​ຮັບ​ຮູ້​ທ່າ​ອ່ຽງພັດທະນາ​ຂອງ​ຍຸກ​ສະ​ໄໝ​ໂດຍ​ໄວ, ​ເຂົ້າ​ໃຈ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຮຽກຮ້ອງ, ຄວາມ​ມຸງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ພ້ອມ​ກັບ​ສູນ​ກາງ​ພັກ ​ແລະ ກົມ​ການ​ເມືອງ​ວາງ​ອອກ​ແຜນ​ນະ​ໂຍບາຍ​ປ່ຽນ​ໃໝ່. ບັນດາ​ທັດສະນະ​ປ່ຽນ​ໃໝ່​ຈີນ​ຕະນາ​ການ ​ເຊິ່ງທ່ານ​ແມ່ນ​ຜູ້​ສະ​ເໜີ, ​ໄດ້​ກາຍ​ເປັນ​ພື້ນຖານ​ວິທີ​ທິດ​ສະ​ດາ​ໃຫ້​ແກ່​ເລື່ອງ​ຮັບ​ຮູ້ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງ ຫວຽດນາມ​ໃນ​ກິດຈະການ​ປ່ຽນ​ໃໝ່.

 

ຂ່າວ/ບົດ​ອື່ນ