ສະເຫຼີມສະຫຼອງ 2 ປີແຫ່ງວັນສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຢູ ຢູ່ລັດຖະສະພາເອີລົບ

(VOVWORLD) -  ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງສະມາຊິກລັດຖະສະພາຫຼາຍຄົນມີຜົນສະທ້ອນອັນໃຫຍ່ຫຼວງຢູ່ EP ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ອີຢູ.
 
ສະເຫຼີມສະຫຼອງ 2 ປີແຫ່ງວັນສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຢູ ຢູ່ລັດຖະສະພາເອີລົບ - ảnh 1 ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ແລະ ທ່ານ Jan Zahradil 

ວັນທີ 29 ພະຈິກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ - ຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະພາບ ເອີລົບ (ອີຢູ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ  2 ປີແຫ່ງວັນສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຢູ ຢູ່ລັດຖະສະພາເອີລົບ (EP) (11/11/2015 – 11/11/2017).

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງສະມາຊິກລັດຖະສະພາຫຼາຍຄົນມີຜົນສະທ້ອນອັນໃຫຍ່ຫຼວງຢູ່ EP ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ອີຢູ. ທ່ານ ເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ອີຢູ ເປີດກ້ວາງການຮ່ວມມືໃນພາກພື້ນ ອາຊີ - ປາຊີຟິກ.

        ສ່ວນທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຢູ, ສະມາຊິກລັດຖະສະພາ Jan Zahradil ຖືວ່າ ໜ້າທີ່ສຳຄັນທີ່ສຸດໃນປະຈຸບັນ ແມ່ນຊຸກຍູ້ການໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ປະຈຸບັນ, ອີຢູ ພວມສ້າງບັນດາລະບຽບການກວດການິຕິກຳເພື່ອໃຫ້ລັດຖະສະພາປະເທດສະມາຊິກ ແລະ EP ໃຫ້ສັດຕະຍາບັນສັນຍາສຳຄັນສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ