ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສິງ​ກະ​ໂປ: ມອບ​ລາງວັນ​ການ​ແຂ່ງ​ຂັນ​ປະ​ດິດ​​ສ້າງ logo “50-10”

(VOVWORLD) -ຕອນຄ່ຳວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ພິທີມອບລາງວັນການແຂ່ງຂັນປະດິດສ້າງ logo “50-10” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (1/8/1973 - 1/8/2023)
ສະ​ເຫຼີມ​ສະຫຼອງ  50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສິງ​ກະ​ໂປ: ມອບ​ລາງວັນ​ການ​ແຂ່ງ​ຂັນ​ປະ​ດິດ​​ສ້າງ logo “50-10” - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີມອບລາງວັນຢູ່ ຮ່າໂນ້ຍ (ພາບ: ອົງການຈັດຕັ້ງ)

ຕອນຄ່ຳວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ພິທີມອບລາງວັນການແຂ່ງຂັນປະດິດສ້າງ logo “50-10” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (1/8/1973 - 1/8/2023) ໂດຍສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ສົມທົບກັບສະຖານທູດ ສິງກະໂປ ປະຈຳ ຫວຽດນາມ ຈັດຂຶ້ນ ແບບເຊິ່ງໜ້າແລະເຊື່ອມຕໍ່ທາງໄກ ກັບ ສິງກະໂປ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ເປີດສາກໃຫ້ແກ່ບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ໂດຍມີການເຂົ້າຮ່ວມຂອງທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ສິງກະໂປປະຈຳ ຫວຽດນາມ Jaya Ratnam, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ຫວູວຽດງວານ. ເຂົ້າຮ່ວມຢູ່ສິງກະໂປ ມີຜູ້ຕາງໜ້າສະມາຄົມນັກສຶກສາ ຫວຽດນາມ ຢູ່ ສິງກະໂປ, ເຄືອຂ່າຍທົ່ວໂລກ ສິງກະໂປ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ຜູ້ເຂົ້າແຂ່ງຂັນ

ຕອບກັບ

ຂ່າວ/ບົດ​ອື່ນ