ສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ

(VOVWORLD) - ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖາກົງສູນ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນປະຫວັດສາດທີ່ເປັນມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ
ສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ - ảnh 1(ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖາກົງສູນ ຫວຽດນາມ ປະຈຳ ຫຼວງພະບາງ)

        ວັນທີ 19 ຕຸລາ, ຢູ່ ຫຼວງພະບາງ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບກອງບັນຊາການທະຫານແຂວງ ຈັດພິທີສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ປະຈຳ ລາວ (30 ຕຸລາ 1949 – 30 ຕຸລາ  2023).

        ທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖາກົງສູນ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຫວນຄືນປະຫວັດສາດທີ່ເປັນມູນເຊື້ອຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ, ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ລຸ້ນຕ່າງໆຢູ່ ລາວ ເພື່ອພາລະກິດການປະຕິວັດຂອງ 2 ປະເທດ, ເພື່ອເອກະລາດ, ເສລີພາບຂອງ 2 ຊາດ ຫວຽດນາມ - ລາວ.

        “ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ໄດ້ມີປະກອບສ່ວນຢ່າງໃຫຍ່ຫຼວງ, ປະຕິບັດໜ້າທີ່ເປັນຢ່າງດີພ້ອມກັບກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດໄດ້ໄຊຊະນະຢ່າງສິ້ນເຊິ່ງໃນການຕໍ່ຕ້ານ 2 ຄັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ