ສະເຫຼີມສະຫຼອງ25ປີແຫ່ງວັນຫວຽດນາມໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບສິດຂອງເດັກ

ສະເຫຼີມສະຫຼອງ25ປີແຫ່ງວັນຫວຽດນາມໃຫ້ສັດຕະຍາບັນສົນທິສັນຍາຂອງສປຊກ່ຽວກັບສິດຂອງເດັກ - ảnh 1
(ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ ຫວຽດນາມ ​ໃຫ້ສັດຕະຍາ
ບັນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ຂອງ​ເດັກ)

(vovworld) – ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງ​ຄົມ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ ຫວຽດນາມ ​ໃຫ້ສັດຕະຍາບັນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດ​ຂອງ​ເດັກ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນຢັນ​ວ່າ: ​ເລື່ອງ​​ໃຫ້ສັດຕະຍາບັນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ຂອງ​ເດັກ ​ແມ່ນ​ເໝາະ​ສົມ​ກັບ​ມູນ​ເຊື້ອ, ສິນ​ທຳ​ຂອງ​ຊາດ ຫວຽດນາມ. ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຫວູດຶກ​ດາມ ຮຽກຮ້ອງທຸກຂະ​ແໜງການ, ທຸກ​ຊັ້ນ ​ແລະ ທົ່ວ​ສັງຄົມ​ຄວນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງແຮງ​ກ່ວາ​ອີກ, ຮ່ວມ​ແຮງ​ຮ່ວມ​ໃຈດ້ວຍ​ຄວາມ​​​​ຮັບຜິດຊອບ ​ແລະ ຈິງ​ໃຈໃຫ້​​ແກ່ພາລະກິດ​ປົກ​ປັກ​ຮັກສາ, ສົ່ງ​ເສີມ ​ແລະ ສຶກສາ​​ເດັກ ​ເພື່ອ​ໃຫ້​ເດັກນ້ອຍ​ທຸກ​ຄົນ​ໄດ້ດຳລົງ​ຊີວິດ​ໃນ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ ​ແລະ ດີງາມ​ທີ່​ສຸດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​ຕໍ່​ທຸກ​ຄົນ ພ້ອມ​ກັນ​ສະ​ແດງຄວາມ​ຮູ້​ບຸນຄຸນ​ຕໍ່ກອງ​ທຶນສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ, ​ຕໍ່ສະຫະ​ປະຊາ​ຊາດ ​ແລະ ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທັງ​ໝົດ ​ໄດ້​ສູ້​ຊົນ, ປະກອບສ່ວນ​ໃຫ້​ສັນຕິພາບ, ການຮ່ວມ​ມື, ພັດທະນາ, ວັດທະນາ​ຖາວອນ​ຢ່າງ​ບໍ່​ຢຸດ​ຢັ້ງ; ​ໃຫ້ການ​ພັດທະນາ​ມະນຸດ, ການສົ່ງ​ເສີມ, ປົກ​ປັກ​ຮັກສາ​ເດັກນ້ອຍ”.

        ທ່ານ Youssouf Abdel Jelil, ຫົວ​ໜ້າ​ຄະນະ​ຜູ້​ຕາງໜ້າ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ປະຈຳ ຫວຽດນາມ ຢືນຢັນ​ວ່າ: ປະຊາ​ຄົມສາກົນ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ບາດກ້າວໝັ້ນຄົງ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ດ້ວຍບັນດາ​ດັດຊະນີ​ພັດທະນາ​ຄື: ຫລຸດຜ່ອນ​ຄວາມທຸກຍາກ, ອັດຕາ​ເຂົ້າ​ຮຽນ, ອັດຕາ​ການ​ເສຍ​ຊີວິດ​​ແມ່ ​ແລະ ​ເດັກນ້ອຍ. ​ ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ແຮງ ​ແລະ ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ປະຕິບັດ​ສິດ​ຂອງ​ເດັກ ​ໄດ້​ຊ່ວຍ​ ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເດັກນ້ອຍ​ ຫວຽດນາມ ນັບ​ລ້ານ​ຄົນ.

ຂ່າວ/ບົດ​ອື່ນ