ສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ແຊກແລະສະໂລວາກີ
ຫວຽດນາມ - ສ.ແຊກ (ພາບປະກອບ)
|
(vovworld) - ວັນທີ 31/1ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ສ.ແຊກ; ຫວຽດນາມ- ສະໂລວາກີນະຄອນໂຮ່ຈີມິນຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ແຊກ ແລະ ສະໂລວາກີ (2/2/1950-2/2/2015).
ກ່າວຄວາມເຫັນນະພິທີ, ທ່ານ ເລຮຶງກວົກ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ຜ່ານ 65 ປີ, ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ສ.ແຊກ ແລະ ສະໂລວາກີ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ. ມີເອກະສານຮ່ວມມືຫຼາຍສະບັບໄດ້ຮັບການລົງນາມ, ສ້າງພື້ນຖານໃຫ້ແກ່ການພັດທະນາການພົວພັນຮ່ວມມືອັນຍາວນານ ແລະ ໝັ້ນຄົງ.
ສ່ວນທ່ານເອກອັກຄະລັດຖະທູດ ສ.ແຊກ ປະຈຳຫວຽດນາມ Martin Klepetko, ໃຫ້ຮູ້ວ່າ. ສ. ແຊກ ຈະຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມ ກໍ່ຄືພ້ອມກັບຫວຽດນາມຮ່ວມມືພັດທະນາການພົວພັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງເລິກເຊິ່ງ, ກວ້າງຂວາງ.
ສ່ວນທ່ານເອກອັກຄະລັດຖະທູດ ສະໂລວາກີ Igo Pacolak ກໍ່ເນັ້ນໜັກວ່າ: ສະໂລວາກີ ຈະສົ່ງເສີມຫຼາຍໂຄງການເສດຖະກິດ, ວັດທະນະທຳຢູ່ຫວຽດນາມ, ແນໃສ່ນຳສາຍພົວພັນລະຫວ່າງຫວຽດນາມ ສະໂລວາກີໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່, ເພື່ອໃຫ້ສອງປະເທດກາຍເປັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານໂດຍໄວ.