ສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ(3/2/1930-3/2/2016)

ສະເຫຼີມສະຫຼອງ86ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ(3/2/1930-3/2/2016) - ảnh 1
ພາບປະກອບ

(vovworld) –  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 – 3/2/2016) ​ແລະ ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ວອກ 2016, ຕອນ​ເຊົ້າ​ວັນ​ທີ 3/2, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ວາງ​ພວງ​ມາ​ລາ, ​ເຂົ້າ​ສຸສານ​​ໄວ້ອາ​ໄລ​​ປະທານ​ໂຮ່ຈີ​ມິນ ​ແລະ ອາ​ໄລ​ຫາ​ບັນດາ​ນັກ​ຮົບວິລະ​ຊົນທີ່​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດຢູ່​ອະນຸສາ​ວາລີ​ບັນດາ​ນັກ​ຮົບວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ​

        ​​ໜັງສືພິມ​ໃຫຍ່​ຕ່າງໆ​ຂອງ ຫວຽດນາມ ສະບັບ​ອອກ​ວັນ​ທີ 3/2 ລ້ວນ​ແຕ່​ມີ​ແຖວ​ຕົວໜັງສື: ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອ​​ມມູນິດ ຫວຽດນາມ (3/2/1930 – 3/2/2016). ​​ໜັງສືພິມ ​ເຍີນ​ເຢີ​ນ (ກະບອກສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ມີ​ບົດນຳ​ດ້ວຍ​ຫົວ​ຂໍ້​ວ່າ: “ຍາມ​ໃດ​ກໍ​ມີ​ຄວາມ​ຮັກ​ແພງ, ຄວາມ​​ເຊື່ອ​ໝັ້ນ​ຕໍ່​ພັກ”. ບົດ​ນຳ​ໄດ້ຢັ້ງຢືນ​ວ່າ: 86 ປີ​ແຫ່ງ​ການ​ນຳພາ​ການ​ປະຕິວັດ, ພັກ​ກອມ​ມູນິດ ຫວຽດນາມ ຍາມ​ໃດ​ກໍ່ສົມ​ເປັນ​ກອງ​ປະຈັນບານ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຂອງ​ປະຊາຊົນ​ຜູ້​ອອ​ກ​ແຮງ​ງານ ​ແລະ ຂອງ​ທົ່ວ​ປວງຊົນ​ທັງຊາດ. ​ເພື່ອ​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ, ທົ່ວ​ພັກ ຕ້ອງ​​ເອົາ​ໃຈ​ໃສ່ເບີ່​ງ​​ແຍງ​​ເຖິງ​ການ​ກໍ່ສ້າງ, ປັບປຸງ​ພັກ​ເປັນ​ປະຈຳ, ພິ​ເສດ​​ແມ່ນ​ໃນ​ເງື່ອນ​ໄຂ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ພັກ​​ກຳ​ອຳນາດ ໜຶ່ງ​ດຽວ, ເຄື່ອນ​ໄຫວ​ໃນສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ພື້ນຖານ​ເສດຖະກິດ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ​ຕາມ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ກາ​ນຕະຫຼາດ, ພ້ອມ​ທັງ​ຮັບປະກັນ​ກຳນົດທິດ​ສັງຄົມ​ນິຍົມ​ໃຫ້​ສອ​ດຄ່ອງ​ກັບ​ແຕ່ລະ​ໄລຍະ, ພັດທະນາ​ຂອງ​ປ​ະ​ເທດ​ຊາດ, ​ເປີດປະຕູ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ບົດ​ນຳ​ໃນ​ໜັງສືພິມ ກວນ​ໂດ້ຍ​ເຢີ​ນ​ເຍີ​ນ (ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ) ດ້ວຍ​ຫົວ​ຂໍ້​ວ່າ: “ກໍ່ສ້າງ​ພັກ​ໃຫ້ໝັ້ນຄົງ, ​ເຂັ້ມ​ແຂງ​ເທົ່າ​ທຽມ​ກັບ​ໜ້າ​ທີ່” ຢັ້ງຢືນ​ບັນດາ​ລັດ​ຖະນະ​ໂຍບາຍ​ປ່ຽນ​ໃໝ່​ທີ່ເໝາ​ະສົມ​ຂອງ​ພັກ ນຳ​ປະ​ເທດ ຫວຽດນາມ ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່ມີ​ລາຍ​ຮັບ​ສະ​ເລ່ຍປານ​ກາງ, ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ບັນລຸ​ຜົນງານຢ່າງ​ມີ​ຄວາມ​ປະ​ທັບ​ໃຈ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ສາກົນ.


ຂ່າວ/ບົດ​ອື່ນ