ສະເຫຼີມສະຫຼອງວັນຄົນພິການສາກົນ (03 ທັນວາ)

(VOVWORLD) -ວັນຄົນພິການປີນີ້ດ້ວຍຫົວຂໍ້ “ອະນາຄົດແມ່ນສຳຜັດ” ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ແທດຈິງ
ສະເຫຼີມສະຫຼອງວັນຄົນພິການສາກົນ (03 ທັນວາ) - ảnh 1 (ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ)

ຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ ໄດ້ສົມທົບກັບອົງການຂອງສະຫະປະຊາຊາດປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົນພິການສາກົນ (03 ທັນວາ). ກ່າວຄຳເຫັນໜ້າພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຊີ້ແຈ້ງວ່າ, ວັນຄົນພິການປີນີ້ດ້ວຍຫົວຂໍ້ “ອະນາຄົດແມ່ນສຳຜັດ” ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ແທດຈິງ, ມີແບບຢ່າງຄົນພິການຫຼາຍຄົນໄດ້ແຜ່ຂະຫຍາຍຈິດໃຈດຳລົງຊີວິດຢ່າງຕັ້ງໜ້າ, ລະດົມກຳລັງໃຈໃຫ້ແກ່ຊີວິດການເປັນຢູ່ຂອງຄົນພິການນັບລ້ານຄົນ, ກໍ່ຄືໃຫ້ທົ່ວສັງຄົມ. ຄຽງຂ້າງນັ້ນ, ຄວາມເອົາໃຈໃສ່, ເບິ່ງແຍງດູແລ, ການຮ່ວມເດີນທາງຂອງຄອບຄົວ, ອົງການຈັດຕັ້ງ, ສ່ວນບຸກຄົນໃນສັງຄົມ ໄດ້ປະກອບສ່ວນຊ່ວຍໃຫ້ຄົນພິການສືບຕໍ່ປ່ຽນແປງແນວຄວາມຄິດ, ການກະທຳ, ມີຄວາມໄວ້ເນື້ອເຊື່ອໃຈໃນການດຳລົງຊີວິດ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງນ້າ UNDP ປະຈຳຫວຽດນາມ, ຕາງໜ້າໃຫ້ອົງການສະຫະປະຊາຊາດປະຈຳຫວຽດນາມ, ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການຜັນຂະຫຍາຍ ແລະ ປະຕິບັດສິດຂອງຄົນພິການ. ທ່ານນາງປາດຖະໜາວ່າ, ຄົນພິການຫວຽດນາມ ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ສັງຄົມ ແລະ ວິວັດທະນາການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ