ສະເຫຼີມສະຫຼອງວັນຊາດ ສະຫະພັນລັດເຊຍຄັ້ງທີ 28

(VOVWORLD) - ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບສະຖານທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ

ຕອນຄ່ຳວັນທີ 13 ມິຖຸນາ, ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບສະຖານທູດ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສະຖາປະນາສະຫະພັນລັດເຊຍ (12/6/1990 – 12/6/2018) ຄັ້ງທີ 28.

        ກ່າວຄຳເຫັນທີ່ເຫດການ, ທ່ານ Konstantin Vasilievich Vnukov, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ດ້ວຍບັນດາຄວາມມານພະຍາຍາມລວມ, 2 ປະເທດໄດ້ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ອຸດົມສົມບູນຕື່ມອີກດ້ວຍເນື້ອໃນແທດຈິງ ແລະ ບັນດາຮູບການໃໝ່ໃນການຮ່ວມມື. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ບັນດາຂົງເຂດຮ່ວມມືໄດ້ຮັບການເປີດກ້ວາງຢ່າງສູດງສຸດ, ນັບແຕ່ດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາຕະຫຼອດຮອດບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ… ໃນນັ້ນ, ພິເສດແມ່ນການຊຸກຍູ້ການພົວພັນ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງໄວໜຸ່ມ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ