ສະເຫຼີມສະຫຼອງວັນຊາດຂອງ ອິນເດຍຄົບຮອບ 68 ປີຢູ່ນະຄອນ ໂຮ່ຈີມິນ

ສະເຫຼີມສະຫຼອງວັນຊາດຂອງ ອິນເດຍຄົບຮອບ 68 ປີຢູ່ນະຄອນ ໂຮ່ຈີມິນ - ảnh 1
​ພິທີ​ສະ​ເຫຼີ​ມສະຫຼອງວັນຊາດ​ຂອງ ອິນ​ເດຍ
 ຄົບຮອບ 68 ປີ (26/01/1949 – 26/01/2017)
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 03/02 ຢູ່​ສະ​ຖາ​ນກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ​ນະຄອນ​ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງວັນຊາດ​ຂອງ ອິນ​ເດຍ ຄົບຮອບ 68 ປີ (26/01/1949 – 26/01/2017). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ Smita Pant ຫົວໜ້າ​ສະຖານກົງສູນ​ໃຫຍ່ ອິນ​ເດຍ ປະຈຳນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ອິນ​ເດຍ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ພ້ອມ​ກັນ​ນັ້ນ ​ແມ່ນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະັກິດ, ວັດທະນະທຳ, ວິທະຍາສາດ - ​ເຕັກ​ນິກ…ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນມະນຸດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ປະຊາຊົນ 2 ປະ​ເທດ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ນະຄອນ ​ໂຮ່ຈີ​ມິນ, ທ່າ​ນນາງ Smita Pant ​ເນັ້ນ​ໜັກ​ວ່າ: ສະຖານກົງສູນ​ໃຫຍ່ ອິນ​ເດຍ ຈະ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ​ເຊື່ອ​ມຕໍ່​ວິ​ສາ​ຫະກິດ, ຍູ​້​ແຮງ​ບັນດາລາຍການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ເຕັກ​ໂນ​ໂລ​ຢີສື່ສານ, ການ​ສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ