ສະເຫຼີມສະຫຼອງວັນໃຊ້ພາສາຝະລັ່ງສາກົນ(20/03)ຢູ່ຮ່າໂນ້ຍ

ສະເຫຼີມສະຫຼອງວັນໃຊ້ພາສາຝະລັ່ງສາກົນ(20/03)ຢູ່ຮ່າໂນ້ຍ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໃຊ້​ພາສາ​ຝະລັ່ງ​ສາກົນ (20/03)
(ພາບ: hanoimoi.com.vn)

(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໃຊ້​ພາສາ​ຝະລັ່ງ​ສາກົນ (20/03) ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັບ​ອົງການ​ໃຊ້​ພາສາ​ຝະລັ່ງ​ສາກົນ ​ແລະ ກຸ່ມ​ເອກ​ອັກຄະ​ລັດຖະທູດ​ໃຊ້​ພາສາ​ຝະລັ່ງ​ຢູ່ ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 18/03 ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຮ່າ​ກີ​ມງອກ ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຕີ​ລາຄາ​ສູງ​ເລື່ອງ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ​ ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ, ມີ​ບົດບາດ ​ແລະ ທີ່​ຕັ້ງ​ນັບ​ມື້​ນັບ​ສູງ​ບົນ​ເວ​ທີ​ສາກົນ. ທ່ານ​ຮ່າ​ກີ​ມງອກ​ ຖື​ວ່າ: ປີຜ່ານມາ​​ໄດ້ສ້າງ​ຂີດ​ໝາຍ​ບາດ​ກ້າວພັດທະນາ​ອັນ​ດີ​ງາມ​ໃນ​ການ​ພົວພັນ ຫວຽດນາມ ​ແລະ ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຮ່າ​ກີ​ມງ້ອກ ຢືນຢັນ​ວ່າ:

        ​ເລື່ອງ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​​ປະກອບສ່ວນ​ເຂົ້າ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ, ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ, ຕາມ​ແຜນ​ນະ​ໂຍບາຍ​​ແນວທາງ​​ພົວພັນ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວພັນ​ເປັນ​ຫລາຍ​ຝ່າຍ, ​ຫລາຍ​ຮູບ​ຫລາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ມື​​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ສາກົນ.

        ສ່ວນ​ທ່ານ Eric – Normand Thibeault ຜູ້ຕາງໜ້າ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຂອງ​ອົງການ​ໃຊ້​ພາສາ​ຝະລັ່ງ​ສາກົນ ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ສຳລັບ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ ​ແລະ ຢືນຢັນ​ວ່າ: ຫ້ອງການ​ອາຊີ - ປາຊີ​ຟິກ ຂອງ​ອົງການ​ໃຊ້​ພາສາ​ຝະລັ່ງ​ສາກົນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ

ຂ່າວ/ບົດ​ອື່ນ