ສະເໜີຕໍ່ຜູ້ອ່ານ ເວບໄຊ ກອງປະຊຸມໃຫຍ່ ໂຄສະນາອາຊີຄັ້ງທີ 28 ປີ 2013

ສະເໜີຕໍ່ຜູ້ອ່ານ ເວບໄຊ ກອງປະຊຸມໃຫຍ່ ໂຄສະນາອາຊີຄັ້ງທີ 28 ປີ 2013  - ảnh 1
ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28 ຈະຖືກຈັດຂຶ້ນ ແຕ່ວັນທີ 5 ຫາວັນທີ 9/11/2013 ຢູ່ຮ່າໂນ້ຍ


    Vovworld- ພິທີ​ສະ​ເໜີ​ຕໍ່​ຜູ້​ອ່ານ ​ເວ​ບ​ໄຊກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28 ປີ 2013 ​ແລະ ພິທີມອບລາງວັນງານປະກວດສາກົນປະດິດສ້າງ ໂລໂກ ກອງ​ປະຊຸມ​ໃຫຍ່ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25/8 ຢູ່ຮ່າໂນ້ຍ. ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28 ຈະຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ ແຕ່ວັນທີ 5 ຫາວັນທີ 9/11/2013 ຢູ່ຮ່າໂນ້ຍ ຊຶ່ງມີການເຂົ້າຮ່ວມຂອງຜູ້ແທນ 1.500 ຄົນທີ່ມາຈາກ 16 ປະເທດ ແລະ ເຂດແຄ້ວນ. ​ເວ​ບ​ໄຊຢ່າງເປັນທາງການຂອງ ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28 ປີ 2013 ມີລະຫັດ : www.adasia2013.vn  . ທີ່ກອງ​ປະຊຸມ​ໃຫຍ່ ຫວຽດນາມ​ຈະ​ສົ່ງ​ສານ​ທີ່​ວ່າ “ ສັນຕິພາບ​, ສະໜິດສະໜົມ, ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ ” ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ຈະ​ຈັດຕັ້ງ​ການ​ເລືອກ​ເຟັ້ນວິ​ສາ​ຫະກິດ 100​ ແຫ່ງທີ່​ດີ​ເດັ່ນ​ກ່ຽວ​ກັບ​ການ​ໂຄສະນາ​ສື່ສານ​ອາຊີ; ບັນຊີ​ລາຍ​ຊື່ 10 ວິ​ສາ​ຫະກິດ​ອັນ​ດັບ 1 ກ່ຽວ​ກັບ​ການ​ໂຄສະ​ນາ​ສື່ສານ​ອາຊີ; ​ເທບ​ບັນທຶກ​ພາບ 100 ​ເລື່ອງ​ທີ່​ດີ​ເດັ່ນ​ຂອງ​ອາຊີ. ​ໃນ​ຈຳນວນ​ເກືອບ 700 ​ໂລ​ໂກ​ທີ່​ສົ່ງ​ມາ​ຮ່ວມ​ງານປະກວດສາກົນ ປະດິດສ້າງ ໂລໂກ ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28, ຄະນະ​ຈັດ​ຕັ້ງ​ໄດ້​ມອບ 5 ລາງວັນ, ​ໃນ​ນັ້ນ​ມີ 1 ລາງວັນ​ທີ 1 ຖືກ​​ໃຊ້​ເປັນ​ໂລ​ໂກກ​ອງປະຊຸມ​ໃຫຍ່. ​ໂລ​ໂກກອງ​ປະຊຸມ​ໃຫຍ່ມີ​ສັນຍາ​ລັກ​ນົກ​ຮຸງ ໝາຍ​ເຖິງ​ນ້ຳ​ໃຈ​ອັນ​ສູງ​ສົ່ງ, ມີ​ຄວາມ​ໂຊກ​ດີ, ​ແງ່​ຫວັງ​ດີ. ນີ້​ແມ່ນ​ການ​ປະດິດ​ສ້າງຂອງ Phan Thi Dieu My ສັງກັດ​ມະຫາວິທະຍາ​ໄລ​ສິລະ​ປະກຳເຫວ.

 

 

 

 

ຂ່າວ/ບົດ​ອື່ນ