ສະເໜີຕົວສະໂມສອນ ນັກທຸລະກິດ ຫວຽດນາມ - ອາຊຽນ

(VOVWORLD) - ຈຸດປະສົງຂອງການສ້າງຕັ້ງສະໂມສອນນັກທຸລະກິດ ຫວຽດນາມ -  ອາຊຽນ ແມ່ນເພື່ອແນໃສ່ກຳແໜ້ນບັນດາແນວທາງ, ນະໂຍບາຍຢ່າງທັນການ; ສ້າງບ່ອນດຳເນີນຊີວິດດ້ານວັດທະນະທຳ, ຊອກຮູ້ຮີດຄອງປະເພນີ

ວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ສະມາຄົມພັດທະນາການຮ່ວມມືສາກົນ ຫວຽດນາມ - ລາວ -  ກຳປູເຈຍ ໄດ້ປະກາດສ້າງຕັ້ງສະໂມສອນນັກທຸລະກິດ ຫວຽດນາມ -  ອາຊຽນ ຢ່າງເປັນທາງການ, ພ້ອມທັງສະເໜີຕົວຄະນະຮັບຜິດຊອບ ສະໂມສອນ ແລະ ຮັບສະມາຊິກ. ຕາມທ່ານ ບຸ່ຍເຕື່ອງເລີນ, ຮອງປະທານຜູ້ປະຈຳການສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ລາວ -  ກຳປູເຈຍ, ຈຸດປະສົງຂອງການສ້າງຕັ້ງສະໂມສອນນັກທຸລະກິດ ຫວຽດນາມ -  ອາຊຽນ ແມ່ນເພື່ອແນໃສ່ກຳແໜ້ນບັນດາແນວທາງ, ນະໂຍບາຍຢ່າງທັນການ; ສ້າງບ່ອນດຳເນີນຊີວິດດ້ານວັດທະນະທຳ, ຊອກຮູ້ຮີດຄອງປະເພນີ; ຊ່ວຍໃຫ້ວິສາຫະກິດຕອບສະໜອງຄຳຮຽກຮ້ອງກ່ຽວກັບກົດໝາຍວ່າດ້ວຍເສດຖະກິດ ແລະ ການລົງທຶນຢູ່ບັນດາປະເທດໃນພາກພື້ນ.

        ຄຽງຂ້າງການພົວພັນແລກປ່ຽນ, ບັນດາສະມາຊິກສະໂມສອນນັກທຸລະກິດ ຫວຽດນາມ - ອາຊຽນ ຈະໄດ້ໜູນຊ່ວຍກ່ຽວກັບການບຳລຸງສ້າງ, ເພີ່ມທະວີການເຊື່ອມຕໍ່ເພື່ອສ້າງປະຊາຄົມວິສາຫະກິດ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ