ສ້າງການຫັນປ່ຽນກ່ຽວກັບຄຸນນະພາບຊີວິດຂອງຊາວຊົນເຜົ່າ

ສ້າງການຫັນປ່ຽນກ່ຽວກັບຄຸນນະພາບຊີວິດຂອງຊາວຊົນເຜົ່າ - ảnh 1
ທ່ານ ຢາງ​ແຊວ​ຝື, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ
​ຊົນ​ເຜົ່າ
ພາບ:http://vneconomy.vn

(vovworld)-​​ຕອນ​ບ່າຍ​ວັນ​ທີ 13/3, ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ໄດ້​ຊັກ​ຖາມ​ທ່ານ ຢາງ​ແຊວ​ຝື, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ກ່ຽວ​ກັບ​ບັນ​ຫາ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ຕາ​ແສງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດຢູ່​ເຂດ​ຊົນ​ເຜົ່າ ແລະ ເຂດ​ພູ​ດອຍ(ໂຄງ​ການ 135), ແກ້​ໄຂ​ທີ່​ດິ​ນ​ປຸກ​ສ້າ​ງ​ເຮືອນ, ທີ່​ດິ​ນ​ທຳ​ການ​ຜະ​ລິດ​.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ 135 ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ມົນ​ຕີ ຢາງ​ແຊວ​ຝື ຢືນ​ຢັນ: ໂຄງ​ການ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ຫລາຍ​ຢ່າງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ແລະ ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ. ດ້ວຍ​ຜົນ​ງານນັ້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອະ​ນຸ​ມັດ​ແກ່​ຍາວ​ການ​ປະ​ຕິ​ບັດ​ໂຄງ​ການນີ້​ຮອດ​ປີ 2020. ພ້ອມ​ກັບ​ໂຄງ​ການ 135, ຫ​ວຽດ​ນາມ ຍັງ​ຜັນ​ຂະ​ຫຍາຍ​ຫລາຍ​ໂຄງ​ການ​ຈຸດ​ໝາຍ​ອື່ນ ເພື່ອ​ຍູ້​ໄວ​ກິດ​ຈະ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທ່ານ​ລັດ​ຖະ​ມົນ​ຕີ ຢາງ​ແຊວ​ຝ​ື ໃຫ້​ຮູ້​ວ່າ​: “ມາດ​ຕະ​ການ​ບຸກ​ທະ​ລຸນັ້ນ​ແມ່ນ ຕ້ອງ​ປ່ຽນ​ແປງວິ​ທີ​ການ​ສ້າງ​ແຜນ​ການ. ຕາມ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ ແລະ ໄລ​ຍະ​ຈະ​ມາ​ເຖິງ ຈະ​ຍື່ນ​ສະ​ເຫນີ​ສະ​ພາ​ແຫ່ງ​ຊາດ​ແຜນ​ການ​ໄລ​ຍະ​ກາງ ໄລ​ຍະ​ແຕ່​ປີ 2016-2020. ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ໂຄງ​ການ​ດັ່ງ​ກ່າວ​ເປັນ​ໂຄງ​ການ​ຈຸດ​ໝາຍ​ແຫ່​ງ​ຊາດ​ສະ​ຫງວນ​ສະ​ເພາະ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ.”

ກ່ຽວ​ກັບ​ການ​ຈັດ​ສັນ​ທີ່​ດິ​ນ​ປຸກ​ສ້າງ​ເຮືອນ ແລະ ທຳ​ການ​ຜະ​ລິດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ ແມ່ນ​ບັນ​ຫາ​ສຳ​ຄັນ. ປະ​ຈຸ​ບັນ ຫລາຍ​ທ້ອງ​ຖິ່ນ ທີ່​ດິນບໍ່​ມີ​ຫລາຍ​ປານ​ໃດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳ.

ທີ່​ວາ​ລະ​ຊັກ​ຖາມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຕື້ອງ​ເຖິງ​ການ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ເຂດ​ຊົນ​ເຜົ່າ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ.

ກ່າວ​ຄຳ​ເຫັນ​ສະ​ຫລຸບ​ວາ​ລະ​ຊັກ​ຖາມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ເຖິງ 2 ຫນ້າ​ທີ່​ຕົ້ນ​ຕໍ ສຳ​ລັບ​ຂົງ​ເຂດ​ຕຸ​ລາ​ການ. ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫນີ ຄວນ​ສຸມ​ແຫລ່ງ​ກຳ​ລັງ​ປະ​ຕິ​ບັດ​ຫນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ເຂດ​ຊົນ​ເຜົ່າ​ເຂດ​ພູ​ດອຍ​ປີ 2015, ສຳ​ຫວດກວດ​ກາ​ບັນ​ດາໂຍ​ບາຍ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ພ້ອມ​ກັບ​ຈັດ​ຕັ້ງ​ຄືນ​ຫລາຍ​ໂຄງ​ການ​ຈຸດ​ໝາຍ​ເພື່ອ​ໃຫ້​ລັດ​ຖະ​ບານ​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ປີນີ້.

ຂ່າວ/ບົດ​ອື່ນ